ນ້ຳປັ່ນມັນມັນເພົາດື່ມເພື່ອປຸກສະໝອງໃຫ້ສົດຊື່ນ.
ສ່ວນປະກອບ:
1. ມັນເພົາ 1-2 ຫົວໃຫຍ່.
2. ນ້ຳໝາກນາວ 2 ບ່ວງແກງ.
3. ນ້ຳເຊື່ອມ 3-5 ບ່ວງແກງ.
4. ເກືອໜ້ອຍໜຶ່ງ.
5. ນ້ຳກ້ອນ 1 ຈອກ.
6. ນ້ຳເຢັນໆ 1/2 ຈອກ ຫຼື ຈະໃຊ້ໂຊດາແທນກໍ່ໄດ້.
ວິທີປຸງແຕ່ງ:
- ເອົາມັນເພົາມາປອກເປືອກອອກແລ້ວຊອຍເປັນຕອນພໍປະມານ ແລະ ນຳເອົາໄປແຊ່ໃນຕູ້ເຢັນຈົນໃຫ້ມັນແຂງ ຫຼື ເປັນແຂງໆຄືນ້ຳກ້ອນ. ຈາກນັ້ນ, ກໍ່ເອົາອອກມາຈາກຕູ້ເຢັນແລ້ວເອົາລົງເຄື່ອງປັ່ນພ້ອມກັບນ້ຳກ້ອນ, ນ້ຳເຊື່ອມ, ເກືອ, ນ້ຳ ແລະ ນ້ຳໝາກນາວປັ່ນໃຫ້ລະອຽດຈົນກາຍເປັນເນື້ອດຽວກັນ ຫຼື ຈົນກາຍເປັນ (smoothie). ເທົ່ານີ້ກໍ່ພ້ອມດື່ມເພື່ອປຸກສະໝອງໃຫ້ຕື່ນຂຶ້ນມາແລ້ວ (ສຳລັບນ້ຳເຊື່ອມແມ່ນສາມາດໃສ່ຕື່ມໄດ້ເພາະເປັນນ້ຳປັ່ນມັນເພົາຈຶ່ງອາດຈະໃສ່ນ້ຳເຊື່ອມຫຼາຍເນື່ອງຈາກວ່າມັນຈາງ).
ສັບພະຄຸນ:
ດ້ວຍລົດຊາດຫວານຂອງມັນເພົາທີ່ມາຈາກສານ (Inulin) ເຊິ່ງເປັນນ້ຳຕານ (Oligofructose) ທີ່ຮ່າງກາຍສາມາດເຜົາຜານໄດ້ງ່າຍ. ດັ່ງນັ້ນ, ມັນຈຶ່ງເປັນອາຫານທີ່ເໝາະສົມສຳລັບຜູ້ທີ່ຕ້ອງການຄວມຄຸມນ້ຳໜັກ, ຜູ້ທີ່ເປັນພະຍາດເບົາຫວານ, ຊ່ວຍປ້ອງກັນບໍ່ໃຫ້ເກີດຫຼອດເລືອດຫົວໃຈຕີບ, ຊ່ວຍໃຫ້ເລືອດໝູນວຽນໄດ້ສະດວກ, ປ້ອງກັນພະຍາດຫົວໃຈ ແລະ ພະຍາດມະເຮັງ. ນອກຈາກນັ້ນ, ຍັງມີສານຕ້ານອະນຸມູນອິດສະຫຼະ, ມີເສັ້ນໄຍເປັນຈຳນວນຫຼາຍຈຶ່ງມີປະໂຫຍດຕໍ່ລະບົບຂັບຖ່າຍ ແລະ ຊ່ວຍປ້ອງກັນອາການທ້ອງຜູກໄດ້ເປັນຢ່າງດີ.
ຂອບໃຈຂ່າວຈາກ:fbເສດຖະກິດ-ການຄ້າ
วันศุกร์ที่ 29 กรกฎาคม พ.ศ. 2559
ຂ່າວໃໝ່
ไม่มีความคิดเห็น:
แสดงความคิดเห็น