ຜ່ານມາ ບໍ່ວ່າຄອມພິວເຕີຈະພັດທະນາຈົນມີປະສິດຕິພາບສູງຊ່ຳໃດ ກໍຍັງບໍ່ສາມາດສູ້ກັບສະຫມອງມະນຸດໄດ້ ເຖິ່ງວ່າບາງຢ່າງຄອມພິວເຕີຈະເຮັດວຽກໄດ້ດີກວ່າສະຫມອງມະນຸດ ເຊັ່ນ: ການຫລິ້ນຫມາກຮຸກ, ການປະຕິບັດວຽກທີ່ຊ້ຳຊ້ອນ ແຕ່ຖ້າປຽບທຽບກັບວຽກທັງຫມົດທີ່ສະຫມອງຂອງເຮົາເຮັດວຽກ ມັນກໍຍັງຫ່າງກັນຫລາຍຢູ່.
ໃນຊ່ວງຫລາຍປີທີ່ຜ່ານມາ ນັກວິທະຍາສາດໄດ້ພະຍາຍາມທຸກວິທີທາງທີ່ຈະໃຫ້ເຄື່ອງ Super Computer ຈຳຮອງສະພາບການເຮັດວຽກຂອງສະຫມອງມະນຸດ ຖ້າພິຈາລະນາຕາມຫລັກຂອງ Biologists ຫຼື ຫຼັກຊີວະສາດແລ້ວ ສະຫມອງມະນຸດຈະຄວບຄຸມການເຮັດວຽກຂອງເຊວຕ່າງໆຫລາຍກວ່າ 90,000,000,000 ເຊວ ເຊິ່ງເຊວທັງຫມົດເຊື່ອມຕໍ່ກັນຜ່ານເສັ້ນປະສາດ ປະລິມານຂອງສັນຍານທີ່ເຮັດວຽກມີຫລາຍກວ່າລ້ານໆເທື່ອທີ່ເຂົ້າມາເຮັດວຽກໃນສະຫມອງ
ຫາກເຮົາຕ້ອງໃຊ້ Supper Computer ຈຳຮອງສະຫມອງເພື່ອປະມວນຜົນຂໍ້ມູນທັງຫມົດທີ່ສະຫມອງເຮັດພາຍໃນ 1 ວິນາທີນັ້ນ ເຮົາຈະຕ້ອງໃຊ້ CPU ຫລາຍກວ່າ 82,000 ໂຕເລີຍ
ເຊິ່ງຈາກງານວິໄຈຄັ້ງຫຼ້າສຸດ ເຫັນວ່າສະຫມອງຂອງຄົນເຮົາຫນ້າຈະມີ ການປະມວນຜົນຫລາຍເຖິງ 10 ເທື່ອເພາະມັນມີເລື່ອງຂອງຄວາມຈຳເຂົ້າມາກ່ຽວຂ້ອງນຳອີກ ເຂົາເຈົ້າໄດ້ມີການຄາດຄະເນວ່າສະຫມອງຂອງມະນຸດຫນ້າຈະມີພື້ນທີ່ຄວາມຈຳລະດັບ Petabyte (1 Petabyte = 1024 terabytes ຫລື 1 ລ້ານ gigabytes.)
ເຖິງຢ່າງໃດກໍຕາມ Supper Computer ກໍຍັງມີກຳລັງຫລາຍກວ່າສະຫມອງມະນຸດຫລາຍ ຖ້າເປັນຫຍັງກໍຕາມທີ່ມີການຄຳນວນແບບເທື່ອລະຊັ້ນ ໃນຂະນະທີ່ສະຫມອງຂອງຄົນເຮົາຈະສາມາດຄິດໄດ້ຊັບຊ້ອນໄດ້ດີກວ່າ
ທີ່ມາ:https://ecorneronline.com/human-brain-vs-computer/

ไม่มีความคิดเห็น:
แสดงความคิดเห็น