ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 2 กรกฎาคม พ.ศ. 2559

    ສະ​ໂມ​ສອນ ລ້ານ​ຊ້າງ ຢູ​ໄນ​ເຕັດ ພົ​ບ​ຂ່າວ​ດີ ກອງ​ກາງ ຄົນ​ສຳ​ຄັນ​ຫາຍ​ຈາກ​ອາ​ການ​ບາດ​ເຈັບ

     ສະ​ໂມ​ສອນ ລ້ານ​ຊ້າງ ຢູ​ໄນ​ເຕັດ ພົ​ບ​ຂ່າວ​ດີ ກອງ​ກາງ ຄົນ​ສຳ​ຄັນ​ຫາຍ​ຈາກ​ອາ​ການ​ບາດ​ເຈັບ ແສງວິໄລ ຈັນທະສິລິ ເລີ່ມ​​ຝຶກ​ຊ້ອມ​ກັບ​ສະ​ໂມ​ສອນ ລ້ານ​ຊ້າງ ຢູ​ໄນ​ເຕັດ ໄດ້​ແລ້ວ​ຫລັງ​ຈາກ​ພັກ​ຮັກ​ສາ​ອາ​ການ​ບາດ​ເຈັບ ຫົວເຂົ່າເບື້ອງຊ້າຍ ມີເອັນຂາດ 2 ເສັ້ນ ຄືເອັນໜ້າ, ເອັນຫຼັງ ແລະ ໝອນຮອງກະດູກ ໃຊ້ການບໍ່ໄດ້ ເຊິ່ງ​ໄດ້​ຮັບ​ບາດ​ເຈັບໃນນັດ​ທີ່ຮັບໃຊ້ທີມຊາດລາວ ຊຸດໃຫຍ່ ນັດອຸ່ນເຄື່ອງເສຍສະໂມສອນ ຂອນແກ່ນ ເອັຟຊີ ທີມດີວິຊັ່ນ II ຂອງໄທລີກ 1-3 ປະຕູ.  ຕະ​ຫລອດ​ໄລ​ຍະ​ເກືອບ 12 ກວ່າ​ເດືອນ ແສງວິ​ໄລ ຕ້ອງ​ເຂົ້າ​ຮັບ​ການ​ຜ່າ​ຕັດ​ເຖິງ 2 ຄັ້ງ.
    ສຳ​ລັບ​ຜົນ​ງານ​ຂອງ ແສງວິ​ໄລ ໃນ​ປີ​ 2013 ພາ​ສະ​ໂມ​ສອນ ຮ່​ວາງ​ແອ໋ງ​ອັດ​ຕະ​ປື ໄດ້​ອັນ​ດັບ 2, ​ປີ 2014 ພາ​ສະ​ໂມ​ສອນ ຮ່​ວາງ​ແອ໋ງ​ອັດ​ຕະ​ປື ໄດ້​ອັນ​ດັບ 1 ແລະ ປີ 2015 ຍ້າຍ​ມາ​ຮ່ວມ​ສະ​ໂມ​ສອນ ລ້ານ​ຊ້າງ ຢູ​ໄນ​ເຕັດ ໄດ້​ອັນ​ດັບ 2.
    ພາບ​ຈາກ: LANEXANG UNITED


    ທີ່ມາ: http://laosportnews.com/

    ไม่มีความคิดเห็น:

    แสดงความคิดเห็น