ຂຽນໂດຍ: ທະນາມອນ
v ແມ່ຮັກລູກຫຼາຍລົ້ນ ຫຼາຍກ່ວາແກ້ວດວງຕາ
ໃນອຸລາດວງໃຈ ຫ່ວງໃຍຈິງແທ້
ເຖິງແມ່ທຸກຍາກໄຮ້
ປັດໃຈເງີນຄໍາຈ່າຍ
ໃຈຍັງຄິດຕໍ່ຕັ້ງ
ຫວັງໃຫ້ລູກໄດ້ຮໍ່າຮຽນ
v ແມ່ນີ້ທົນບາກບັ້ນ ດຸໝັ່ນຂະຫຍັນແຂງ
ທຸກເຊົ້າແລງອອກແຮງ ເພີ່ມພູນຄູນສ້າງ
ບາງວັນນັ້ນມືດຄໍ່າ
ຄາສວນນາໄຮ່
ເມື່ອຍກາຍໃຈອ່ອນລ້າ
ລໍາບາກແທ້ກໍ່ທົນເອົາ ລູກເອີຍ
v ແມ່ເຮັດວຽກບໍ່ໄດ້ພັກ ໜັກໜ່ວງເຫຼືອແສນ
ເພື່ອສົ່ງເສີມລູກຮຽນ ສຶກສາຫາຄວາມຮູ້
ໃຫ້ລູກມີປັນຍາກ້າວ
ການງານມີອາຊີບ
ໃຫ້ຊີວິດລູກສຸກລົ້ນ ສະບາຍລໍ້າຢູ່ດີ
v ແມ່ຕັ້ງໃຈຊອກທ້ອນ ໂຮມເກັບເງີນຄໍາ
ຂາຍໝູໝາງົວຄວາຍ ສິ່ງຂອງອັນມີຄ່າ
ທັງເຂົ້ານາສາລີພ້ອມ
ບໍ່ພຽງພໍຍັງຢືມໃສ່
ເອົາໄປສົ່ງໃຫ້ລູກ
ຕົນໄດ້ຮໍ່າຮຽນ
v ພັດບໍ່ເປັນເຊັ່ນນັ້ນ
ລູກບໍ່ຮໍ່າຮຽນຫາ
ດື່ມສຸລາມືນເມົາ ເຫຼົ້າເບຍເສຍຫຼີ້ນ
ກິນຮອດທັງຢາບ້າ
ເຮຮານໍາໝູ່
ຕິດຊູ້ສາວທ່ຽວຫຼີ້ນ
ຈົນລືມໄດ້ຮໍ່າຮຽນ
v ເງີນຄໍາແມ່ສົ່ງໃຫ້
ເປັນຄ່າເທີມຮຽນ
ຮອດບໍ່ເຄີຍສົນໃຈ
ຕໍ່ການຮຽນຊໍ້າ
ຟຸມເຟືອຍນໍາການຫຼີ້ນ
ຫຼົງໄຫຼໄປນໍາເພິ່ນ
ໃຊ້ຈ່າຍເງີນທຸກຄັ້ງ ເສຍລ້າເປົ່າດາຍ
v ແມ່ໄດ້ຍີນຂ່າວເວົ້າ ເຂົາວ່າລູກໂລເລ
ກາຍເປັນຄົນເສເພ ເພື່ອນຝຸງສັງຄົມເວົ້າ
ແມ່ບໍ່ກິນຮອດເຂົ້າ ຄິດເສຍໃຈເຈັບແສບ
ແທບເປັນລົມກັບພື້ນ
ຢືນຈັ້ັັງຢູ່ບໍ່ໄຫວ ແລ້ວເດ
v ແມ່ສຸດທີ່ເຈັບຊໍ້າ
ນໍາລູກຂອງຕົນເອງ
ຄິດຫຼາຍໃຈຈະວາຍ ປ່ວຍເປັນໂລຄາຮ້າຍ
ເຈັບປານຕາຍເສຍເສັ້ນ
ສູນເສຍໝົດທຸກຢ່າງ
ລູກຊ່າງມາເຮັດໄດ້ ໃຈເຈົ້າບໍ່ຄິດເລີຍ ລູກເອີຍ.
ไม่มีความคิดเห็น:
แสดงความคิดเห็น