วันพุธที่ 6 กรกฎาคม พ.ศ. 2559
ຫນັງໃໝ່
ນາງເງືອກສາວປັງ ປັງ Mermaid ເປັນເລື່ອງລາວກ່ຽວກັບຕຳນານຂອງນາງເງືອກ ສິ່ງມີຊີວິດໃຕ້ນ້ຳທີ່ເຊື່ອກັນວ່າເປັນບັນພະບູລຸດຂອງມະນຸດ ກ່ອນທີ່ເຮົາຈະມີວິວັດທະນາການກາຍເປັນມະນຸດທີ່ສາມາດຍ່າງໄດ້ໃນປັດຈຸບັນ. ເມື່ອ ຫຼິວຊວນ ນັກທຸລະກິດເພບອຍ ໄດ້ຊື້ອ່າວໜຶ່ງ ເພື່ອດຳເນີນໂຄງການທັບຖົມທະເລແລະທົດສອບເທັກໂນໂລຍີໂຊນາ ອັນເປັນສາເຫດເຮັດໃຫ້ສິ່ງທີ່ມີຊີວິດໃຕ້ທະເລ ລວມເຖິງຊາວເງືອກລົ້ມຕາຍ ແຕ່ຍັງມີຊາວເງືອກຈຳນວນໜຶ່ງທີ່ລອດຕາຍ ຈຶ່ງພາກັນຊອກຫາທີ່ຢູ່ໃໝ່ແລະມີແຜນການກຳຈັດ ຫຼິວຊວນ ຖິ້ມ ເຊຶ່ງແຜນການຈະເປັນແນວນັ້ນ ຕິດຕາມໃນ ນາງເງືອກສາວປັງ ປັງ Mermaid.
ไม่มีความคิดเห็น:
แสดงความคิดเห็น