ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 30 กรกฎาคม พ.ศ. 2559

    ທີມຊາດລາວ U14 ແຂ່ງຂັນນັດສຸດທ້າຍ ຖະຫລົ່ມ ທີມຊາດ ກຳປູເຈຍ U14 (13-0)


    ການແຂ່ງຂັນບານເຕະຊາຍລາຍການແຂ່ງຂັນເທດສະການບານເຕະເຍົາວະຊົນ ຮຸ່ນອາຍຸ 14 ປີ ຫລື AFC U-14 REGIONAL FESTIVAL OF FOOTBALL 2016 ASEAN REGION BANDAR SERI BEGAWAN, BURNEI DARUSSALAM ເຊິ່ງແຂ່ງຂັນທີ່ປະເທດ ບຣູໄນ ດາຣູສະລາມ ໃນລະຫວ່າງວັນທີ 24-31 ກໍລະກົດ 2016 ມີ 10 ປະເທດ ເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ, ກຸ່ມ A: ບຣູໄນ, ມຽນມາ, ຫວຽດນາມ, ໄທ ແລະ ສິງກະໂປ, ກຸ່ມ B ຕີມໍ ເລສເຕ , ມາເລເຊຍ, ກຳປູເຈຍ, ຟີລິບປິນ ແລະ ລາວ.
    ໃນຕອນແລງວັນເສົາ 30ກໍລະກົດ 2016 ຢູ່ທີ່ສະຫນາມ Balan ປະເທດ ບຣູໄນ ທີມຊາດລາວ U14 ລົງສະຫນາມນັດນັດສຸດທ້າຍ ຖະຫລົ່ມ ທີມຊາດ ກຳປູເຈຍ 13-0.
    + ສະຫລຸບຜົນການແຂ່ງຂັນ ທີມຊາດລາວ ລົງສະຫນາມ 4 ນັດ ຊະນະ 4 ນັດ ມີ 12 ຄະແນນ ເປັນອັນດັບ 1 ກຸ່ມ B
    - ວັນທີ 27 ກໍລະກົດ 2016 ລາວ ຊະນະ ມາເລເຊຍ 3-2
    - ວັນທີ 29 ກໍລະກົດ 2016 ເວລາ 07:30 ລາວ ຊະນະ ຟີລິບປິນ 4-1
    ເວລາ 16:45 ຕີມໍ ເລສເຕ ເສຍ ລາວ 0-7
    - ວັນທີ 30 ກໍລະກົດ 2016 ລາວ ຊະນະ ກໍາປູເຈຍ 13-0


    ຂອບໃຂຂໍ້ມູນຈາກ:Lao Football News ຂ່າວສານບານເຕະລາວ

    ไม่มีความคิดเห็น:

    แสดงความคิดเห็น