ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 30 กรกฎาคม พ.ศ. 2559

    Windows 10 Anniversary Update

    Windows 10 Anniversary Update
    ຫຼື ທີ່ຮູ້ຈັກກັນໃນລະຫັດລັບ Red Stone 1 ແມ່ນອັປເດຕ Windows 10 ເນື່ອງໃນໂອກາດຄົບຮອບ 1 ປີ ໂດຍເປັນອັປເດຕຊຸດໃຫຍ່ ລວມເອົາຄວາມສາມາດໃໝ່ໆ ແລະ ການປັບປຸງອົງປະກອບຕ່າງໆ ໃຫ້ດີຂຶ້ນ ສະຖຽນຂຶ້ນ. ເນື່ອງຈາກການຫັນປ່ຽນຍຸດທະສາດໃໝ່ຂອງ Microsoft ເຈົ້າຂອງລະບົບນີ້ ເພື່ອປັບໃຫ້ລະບົບປະຕິບັດການ Windows ເປັນສະເໝືອນການໃຫ້ບໍລິການຢ່າງໜຶ່ງ (Windows as a Service - WaaS) ບໍ່ແມ່ນພຽງແຕ່ສິນຄ້າຂາຍຂາດທີ່ຕ້ອງມີການຮື້ເຮັດລະບົບໂຕໃໝ່ຕາມລຳດັບປີຄືສະໄໝກ່ອນ ທີ່ຕ້ອງມີເຊັ່ນ Windows 95, 98, Me, XP, Vista, 7, 8/8.1 ແລະ ຄົນໃຊ້ກໍຕ້ອງຕາມອັປເດຕຮຽນຮູ້ກັນໃໝ່ໝົດທຸກໆ 3 ຫຼື 5 ປີ. ການທີ່ມັນການເປັນບໍລິການອັນໜຶ່ງ ເຮັດໃຫ້ Windows 10 ຖືກກຳນົດໃຫ້ເປັນໂຕເລກສຸດທ້າຍ ແລະ ຈະອັປເດຕ Windows 10 ເລື້ອຍໄປອີກຍາວໂດຍທີ່ບໍ່ສາມາດກຳນົດໄດ້ ແລະ ສົ່ງຜົນໃຫ້ມີການອັປເດຕ ຖີ່ຂຶ້ນກວ່າແຕ່ກ່ອນຫຼາຍ ທັງປັບປຸງສະຖຽນລະພາບ ປະສິທິພາບ ລວມທັງເພີ່ມຄວາມສາມາດໃໝ່ຢູ່ຕະຫຼອດ ໂດຍບໍ່ຕ້ອງຖ້າໃຫ້ມີ Windows ໂຕໃໝ່ດົນໆ ອີກຕໍ່ໄປ. ດັ່ງທີ່ເຮົາເຫັນຜ່ານມາ ຕັ້ງແຕ່ການເປີດໂຕ Windows 10 ເມື່ອປີ 2015 ຈົນຮອດປັດຈຸບັນ ມີການອັປເດຕໃໝ່ທຸກໆ ເດືອນ ຫຼື ເອີ້ນວ່າ Cumulative Update, ນອກນັ້ນຍັງມີການເປີດ ໃຫ້ບຸກຄົນທົ່ວໄປທົ່ວໂລກ ໃຫ້ທົດລອງໃຊ້ build ໃໝ່ຂອງລະບົບທີ່ມີການອັປເດຕກັນແບບລາຍອາທິດແບບຟຣີໆ ໃນໂຄງການທີ່ຊື່ວ່າ Windows Insiders ເພື່ອຟັງຜົນຕອບຮັບ ແລະ ເກັບກຳສະຖິຕິຕ່າງໆ ເພື່ອເປັນສ່ວນໜຶ່ງໃນການຕັດສິນໃຈເພີ່ມຄວາມສາມາດ ແລະ ແກ້ໄຂບັນຫາ ກ່ອນທີ່ປ່ອຍຕົວຈິງອອກສູ່ສາທະລະນະໃນພາຍຫຼັງ. ການເຮັດແນວນີ້ ຈຶ່ງເຮັດໃຫ້ລະບົບ Windows ເປັນລະບົບທີ່ຢູ່ໃນລັກສະນະຂອງການຮ່ວມກັນສ້າງລະຫວ່າງ Microsoft ແລະ ຜູ້ໃຊ້ ເຮັດໃຫ້ລະບົບມີຄວາມເຂົ້າໃຈຄວາມຕ້ອງການຂອງຜູ້ໃຊ້ຫຼາຍຂຶ້ນ ດັ່ງທີ່ເຮົາຈະໄດ້ເຫັນໃນອັປເດຕຄົບຮອບ 1 ປີທີ່ກຳລັງຈະມາໃນເດືອນ 8 ນີ້. ຢ່າລືມກົດໄລຄ໌ ກົດແຊຣ໌ ລໍຖ້າບົດຄວາມຕໍ່ໄປເຮົາຈະມາລົງລາຍລະອຽດວ່າ ມີຫຍັງເດັດໆ ແດ່ໃນອັປເດຕຄັ້ງນີ້...
    ຂອບໃຈຂໍ້ມູນຈາກ:fb::windows laos

    ไม่มีความคิดเห็น:

    แสดงความคิดเห็น