ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 4 สิงหาคม พ.ศ. 2559

    ອາຊຽນຮັບຮອງ ແຜນຍຸດທະສາດ ການຄ້າ ຮອດປີ 2025

    ວັນທີ 3 ສິງຫາ 2016 ທີ່ນະຄອນຫລວງວຽງຈັນ, ກອງປະຊຸມ ລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 48 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ໄດ້ເລີ່ມຕົ້ນ ເປັນມື້ທຳອິດ ໂດຍເລີ່ມຕົ້ນ ຈາກການໄຂກອງປະຊຸມ ສະພາເຂດການຄ້າ ເສລີອາຊຽນ 10 ປະເທດ. ເພື່ອແລກປ່ຽນຄຳເຫັນ ແລະ ໃຫ້ທິດຊີ້ນຳ ຕໍ່ປະເດັນສຳຄັນ ໃນການຈັດຕັ້ງ ປະຕິບັດ ສັນຍາວ່າດ້ວຍ ການຄ້າຂອງອາຊຽນ (ATIGA) ໃນໄລຍະຜ່ານມາ, ພ້ອມທັງ ເປັນການກະກຽມວຽກງານ ຈັດຕັ້ງປະຕິບັດໃນປີຕໍ່ໄປ ເຊິ່ງໃນນັ້ນ ກອງປະຊຸມໄ ດ້ເຫັນດີຮັບຮອງ ເອົາແຜນຍຸດທະສາດ ກ່ຽວກັບວຽກງານ ການຄ້າແຕ່ນີ້ເຖິງປີ 2025 ໃນແຜນດັ່ງກ່າວ ສະມາຊິກອາຊຽນ ໄດ້ກຳນົດໜ້າທີ່ວຽກສຳຄັນ ເຊັ່ນ: ສືບຕໍ່ປັບປຸງສັນຍາ ATIGA, ໂດຍສະເພາະ ລະບຽບການຢັ້ງຢືນ ແຫລ່ງກຳເນີດສິນຄ້າ ແລະ ວຽກງານການປະສານງານ ລະຫວ່າງ ພາກລັດ ແລະທຸລະກິດ.
    ບັນດາລັດຖະມົນຕີ ໄດ້ສະແດງໃຫ້ເຫັນ ເຖິງຂໍ້ຜູກພັນທີ່ຕໍ່ເນື່ອງ ຂອງອາຊຽນເພື່ອບັນລຸເຖິງ ຄວາມພະຍາຍາມ ທີ່ຈະເພີ່ມທະວີ ການອຳນວຍຄວາມສະດວກ ດ້ານການຄ້າ ໂດຍຜ່ານ ຂໍ້ລິເລີ່ມຫລາຍຢ່າງ ລວມທັງ ກົນໄກໃຫ້ທຸລະກິດ ຍືນຍົງແຫລ່ງກຳເນີດ ສິນຄ້າດ້ວຍຕົນເອງ, ການນຳໃຊ້ຟອມ D ແບບເອເລັກໂຕຣນິກ, ການສ້າງຖານຂໍ້ມູນ ດ້ານການຄ້າ ຂອງອາຊຽນ, ກົນໄກໃຫ້ຄຳປຶກສາ ຫາທາງອອກ ສຳລັບຂົງເຂດ ການລົງທຶນ, ການຄ້າດ້ານ ການບໍລິການ ແລະ ການຄ້າດ້ານສິນຄ້າ (ASSIST), ລະບົບປະຕູດຽວ ຂອງອາຊຽນ, ລວມທັງ ວຽກງານມາດຕະຖານ ແລະ ຄວາມສອດຄ່ອງ./.
    ຂອບໃຈຂ່າວຈາກ:Pathedlao Lao

    ไม่มีความคิดเห็น:

    แสดงความคิดเห็น