ຄະນະນຳຄູເຝິກ ແລະ ນັກກີລາທີມຊາດລາວ ຈາກ 4 ປະເພດກີລາ ໄດ້ເດີນທາງເຖິງນະຄອນຫຼວງຣີໂອ ເດີ ຈາເນໂຣ ປະເທດບຣາຊິນ ໃນວັນທີ 2 ສິງຫາ 2016 ເພື່ອເຂົ້າຮ່ວມງານມະຫະກຳກີລາໂອແລມປິກ ຄັ້ງທີ 31 ຫຼື ຣີໂອ ເກມສ໌ 2016 ທີ່ປະເທດດັ່ງກ່າວເປັນເຈົ້າພາບ ລະຫວ່າງວັນທີ 5-21 ສິງຫາ 2016.
ສຳລັບການເດີນທາງຄັ້ງນີ້ ຄະນະນຳ ແລະ ຄູເຝິກ 11 ທ່ານ ແລະ ນັກກີລາ 6 ຄົນ ຈາກ 4 ປະເພດກີລາ ນຳໂດຍທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ເຊິ່ງປະເພດກີລາປະກອບມີ: ກີລາລົດຖີບ ທ້າວ ອາລິຍາ ພູນສະຫວັດ ຫຼື ອາເລັກ ກີລາຢູໂດ ທ້າວ ສຸພະໄຊ ສິດທິສານ ຫຼື ຫຼ້ານ້ອຍ ກີລາລອຍນ້ຳ ທ້າວ ສັນຕິສຸກ ອິນທະວົງ ແລະ ນາງ ສີລິອາລຸນ ບຸດຈະເລີນ ແລະ ກີລາແລ່ນ-ລານ ທ້າວ ອານຸສອນ ໄຊສາ ແລະ ນາງ ແລນລີ້ ພຸດທະວົງ.

ไม่มีความคิดเห็น:
แสดงความคิดเห็น