ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 31 สิงหาคม พ.ศ. 2559

    ນາຍົກລັດຖະມົນຕີ ເຫັນວ່າເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ຈະສາມາດຫັນຄວາມທ້າຍທາຍເປັນກາລະໂອກາດພັດທະນາ

    ເຂົ້າໃນການຈັດຕັ້ປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດຂອງສາມເສົາຄ້ຳປະຊາຄົມອາຊຽນ ເຊິ່ງເປັນເຂັມທິດເຍືອງທາງໃຫ້ແກ່ການເຮັດໃຫ້ປະຊາຄົມອາຊຽນ ເຂັ້ມແຂງ ແລະ ຈະເລີນກ້າວໜ້າໃນອີກ 10 ປີຕໍ່ໜ້າ. ທ່ານ ນາຍົກ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແມ່ນມີຄວາມຄືບໜ້າເປັນກ້າວໆ ໂດຍສະເພາະແມ່ນເກືອບທຸກຂະແໜງການທີ່ກ່ຽວຂ້ອງ ພາຍໃຕ້ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໄດ້ສຳເລັດການສ້າງແຜນງານຂອງຕົນ ສຳລັບໄລຍະປີ 2016-2020 ໂດຍໃຫ້ສອດຄ່ອງກັບແຜນແມ່ບົດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025.
    ທ່ານ ນາຍົກລັດຖະມົນຕີ ກ່າວໄຂກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມ ໃນວັນທີ 31 ສິງຫາ 2016 ທີ່ນະຄອນຫລວງວຽງຈັນ, ພ້ອມທັງໄດ້ຍົກໃຫ້ເຫັນວ່າ: ອາຊຽນ ເປັນພາກພື້ນທີ່ມີຄວາມຫລາກຫລາຍ, ແຕ່ຄວາມຫລາກຫລາຍຕ່າງໆເຫລົ່ານັ້ນບໍ່ໄດ້ເປັນສິ່ງກີດຂວາງ ຂອງການເປັນອັນໜຶ່ງອັນດຽວ ແລະ ຮ່ວມມືກັນຂອງບັນດາປະເທດອາຊຽນ ເຮັດໃຫ້ອາຊຽນເປັນພາກພື້ນທີ່ມີສັນຕິ ພາບ, ສະຖຽນລະພາບ, ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ປະຊາຊົນຂອງບັນດາປະເທດມີການເຊື່ອມໂຍງ, ທັງມີຄວາມເຂົ້າໃຈກັນ ແລະ ໄປມາຫາສູ່ນັບມື້ຫລາຍຂຶ້ນ. ເຊິ່ງເປັນເງື່ອນໄຂອັນດີໃຫ້ແກ່ການເປັນປະຊາຄົມອາຊຽນ ໃນປີ 2015 ແລະ ເປັນຂີດໝາຍປະຫວັດສາດທີ່ສຳຄັນຂອງບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້. ຢ່າງໃດກໍຕາມ, ທ່ານ ນາຍົກ ຍັງເຫັນວ່າ ພາກພື້ນອາຊຽນຍັງຈະສືບຕໍ່ປະເຊີນກັບບັນດາສິ່ງທ້າທາຍຕ່າງໆອີກນາໆປະການໃນຕໍ່ໜ້າ ບໍ່ວ່າຈະເປັນໄພຂົ່ມຂູ່ທາງການທະຫານ ແລະ ບໍ່ແມ່ນການທະຫານ, ກໍ່ການຮ້າຍ, ພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດທາງອາກາດ ແລະ ໄພພິບັດທາງທຳມະຊາດ ເປັນຕົ້ນ ແມ່ນໄພນ້ຳຖ້ວມ ແລະ ແຜ່ນດິນໄຫວ ເຊິ່ງໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ຊີວິດ, ຊັບສິນ ແລະ ວັດຖຸບູຮານທີ່ເປັນມໍລະດົກດ້ານວັດທະນະທຳ ເຊິ່ງນັບມູນຄ່າບໍ່ໄດ້.
    ການຈັດກອງປະຊຸມ ສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 16 ນີ້ ບັນດາລັດຖະ ມົນຕີ ໄດ້ພ້ອມກັນພິຈາລະນາບັນດາເອກະສານສຳຄັນຕ່າງໆ ເພື່ອນຳສະເໜີ ບັນດາຜູ້ນຳອາຊຽນພິຈາ ລະນາຮັບຮອງອົາ, ຮັບຊາບ ແລະ ລົງນາມໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນກັນຍາ 2016 ນີ້. ບັນດາເອກະສານເຫລົ່ານັ້ນ ລ້ວນແຕ່ສອດຄ່ອງກັບຄວາມຕ້ອງ ການ ແລະ ສະພາບຄວາມເປັນຈິງຂອງອາຊຽນ ແລະ ສະທ້ອນເຖິງ 8 ເປົ້າໝາຍບູລິມາສິດຂອງການເປັນປະທານອາຊຽນ ປີ 2016, ເຊິ່ງທັງໝົດ ເປັນການປະກອບສ່ວນທີ່ສຳຄັນ ໃຫ້ແກ່ການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ກໍຄື ແຜນແມ່ບົດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ./.

    ไม่มีความคิดเห็น:

    แสดงความคิดเห็น