ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 12 สิงหาคม พ.ศ. 2559

    ລັດຖະມົນຕີ ຕ່າງປະເທດລາວ ຕ້ອນຮັບ ຮອງລັດຖະມົນຕີ ຕ່າງປະເທດຍີ່ປຸ່ນ

    ວັນທີ 12 ສິງຫາ 2016 ນີ້ ທີ່ ນະຄອນຫລວງວຽງັຈນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຕາເກໂອະ ອາກິບະ (Takeo AKIBA) ຮອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ, ທັງເປັນຫົວໜ້າ ເຈົ້າໜ້າທີ່ອາວຸໂສ ອາຊຽນ-ຍີ່ປຸ່ນ. ໃນໂອກາດທີ່ທ່ານເດີນທາງ ມາເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ເພື່ອກະກຽມ ໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນ ໃນລະຫວ່າງວັນທີ 10-12 ສິງຫາ 2016 ນີ້.
    ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງ ຕີລາຄາສູງຕໍ່ ການພົວພັນ, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ. ໃນໄລຍະຜ່ານມາ ເຊິ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ໂຄງການ ODA ແກ່ ສປປ ລາວ, ລວມອົງການຊ່ວຍເຫລືອດ້ານຕ່າງໆ ຂອງຍີ່ປຸ່ນ ທີ່ເຂົ້າມາປະກອບສ່ວນຊ່ວຍເຫລືອ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຜ່ານທ່ານ ຮອງລັດຖະມົນຕີ ຕ່າງປະເທດ ໄປຍັງລັດຖະບານຍີ່ປຸ່ນ ທີ່ມີແຜນຈະຊ່ວຍເຫລືອໂຄງການ Non-Project ຂອງສົກປີ 2016 ໃຫ້ແກ່ ສປປ ລາວ ແລະ ການຊ່ວຍເຫລືອ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ເປັນຕົ້ນ ແມ່ນການຊ່ວຍເຫລືອ ພາຫະນະລົດຕູ້ ຈຳນວນ 09 ຄັນ, ການສ້ອມແປງ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ແລະ ໂຄງການຂະຫຍາຍອາຄານຜູ້ໂດຍສານ ສະໝາມບິນສາກົນວັດໄຕ ເຊິ່ງໄດ້ນໍາເຂົ້າໃນ ການຈັດກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ທີ່ຜ່ານມາ ແລະ ຈະປະກອບສ່ວນເຂົ້າຮັບໃຊ້ ກອງປະຊຸມສຸດຍອດອາຊຽນ ທີ່ຈະມາເຖິງນີ້.
    ທ່ານຮອງລັດຖະມົນຕີ ຕ່າງປະເທດ ຕາເກໂອະ ອາກິບະ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານລັດຖະມົນຕີ ຕ່າງປະເທດລາວ ກໍຄື ການຕ້ອນຮັບ ຂອງຄະນະຝ່າຍລາວ ໃນໂອກາດ ການມາຢ້ຽມຢາມລາວຂອງທ່ານ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ມີການແລກປ່ຽນ ຄຳຄິດເຫັນ ກ່ຽວກັບການເພີ່ມທະວີ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນງອກງາມຍິ່ງຂຶ້ນ, ພ້ອມທັງຫວັງວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ຈະສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນ./.

    ไม่มีความคิดเห็น:

    แสดงความคิดเห็น