ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 6 สิงหาคม พ.ศ. 2559

    ເປີດນຳໃຊ້ລະບົບນໍາທາງດາວທຽມເປໂຕຈີນຢູ່ ສປປ ລາວ

    ເປີດນຳໃຊ້ລະບົບນໍາທາງດາວທຽມເປໂຕຈີນຢູ່ ສປປ ລາວ
    2016-08-05 10:58:19 crCRI-FM93
    ແຫຼ່ງຂ່າວຈາກສູນບໍລິການຂໍ້ມູນຂ່າວສານນຳທາງປະສົມລາວ-ຈີນໃຫ້ຮູ້ໃນວັນທີ 4 ສິງຫານີ້ວ່າ: ພາຍຫຼັງສຳເລັດການກໍ່ສ້າງສະຖານີກຳນົດຈຸດທີ່ຕັ້ງແຫ່ງທຳອິດຢູ່ເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງ ສປປ ລາວແລະສຳເລັດການກວດສອບທາງເຕັກນິກໃນວັນທີ 1 ເດືອນດຽວກັນ, ລະບົບບໍລິການກຳນົດຈຸດທີ່ຕັ້ງດາວທຽມຂອງລາວທີ່ສ້າງຂຶ້ນບົນພື້ນຖານລະບົບເປໂຕຂອງຈີນກໍໄດ້ເປີດນຳໃຊ້ຢ່າງເປັນທາງການ. ຂະນະທີ່ລະບົບດັ່ງກ່າວຈະສະໜອງຂໍ້ມູນຈຸດທີ່ຕັ້ງແລະເວລາທີ່ຖືກຕ້ອງໃຫ້ແກ່ຜູ້ໃຊ້ໃນທົ່ວປະເທດລາວ.
    ລະບົບບໍລິການກຳນົດຈຸດທີ່ຕັ້ງດາວທຽມຂອງລາວຈະສະໜອງຂໍ້ມູນໃຫ້ແກ່ຂະແໜງການແຜນທີ່ດິນ, ການສ້າງສາພັດທະນາຕົວເມືອງ, ຄົມມະນາຄົມຂົນສົ່ງ, ຊົນລະປະທານ, ໄຟຟ້າແລະອື່ນໆຢ່າງທັນການ, ຖືກຕ້ອງແລະເຊື່ອຖືໄດ້ໃຫ້ແກ່ການກໍ່ສ້າງໂຄງການຕ່າງໆ; ບໍລິການຄວບຄຸມແລະຄຸ້ມຄອງຈຸດທີ່ຕັ້ງ 3 ມິຕິແລະເວລາໃຫ້ແກ່ຂົງເຂດຄົມມະນາຄົມ, ປ້ອງກັນຄວາມສະຫງົບ, ການທະນາຄານແລະອື່ນໆ; ບໍລິການກວດກາວັດແທກສຳລັບແຕ້ມແຜນທີ່ແລະວັດແທກທີ່ດິນໃຫ້ແກ່ຂະແໜງການຕ່າງໆ, ບໍລິການຕິດຕາມໄພພິບັດທຳມະຊາດແລະອື່ນ

    ไม่มีความคิดเห็น:

    แสดงความคิดเห็น