ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 10 กันยายน พ.ศ. 2559

    ກະແສແຮງ! “ແຟນເດ ແຟນກັນພຽງມື້ດຽວ” ໜັງເປີດໂຕຄ້າຍ GDH (ຄ້າຍ GTH ເກົ່າ) ໄດ້ທັງລາຍໄດ້ ແລະ ຄຳຊົມ

    ແຟນເດ ຝັນທີ່ເປັນຈິງຂອງຄົນແອບຮັກ” ຖ້າເຈົ້າເລືອກໄດ້ເຈົ້າຈະເລືອກມີຄວາມຮັກ “ພຽງມື້ດຽວ” ບໍ່ ? ຄຳຖາມທີ່ຄາໃຈໃຜຫຼາຍຄົນ ທີ່ໄດ້ໄປເບິ່ງໜັງກະແສງແຮງ “ແຟນເດ ແຟນກັນພຽງມື້ດຽວ”.
    ผลการค้นหารูปภาพสำหรับ แฟนเดย์
    1-fandaythemovieໜັງເລົ່າເລື່ອງຂອງຊາຍໜຸ່ມ ທີ່ເລືອກໃຊ້ໂອກາດທີ່ຍິງສາວທີ່ລາວຫຼົງຮັກ ສູນເສຍຄວາມຊົງຈຳແບບຊົ່ວຄາວ, ບອກນາງວ່ານາງເປັນແຟນຂອງລາວ ແລະ ໃຊ້ເວລາຢູ່ກັບນາງໃນຖານະແຟນ ເພື່ອຂໍເກັບກ່ຽວເວລາທີ່ມີຄຸນຄ່າໄວ້ກັບໂຕລາວ . . “ມື້ດຽວກໍ່ຍັງດີ”.
    ເບິ່ງຕົວຢ່າງໜັງ “ແຟນເດ” ໄດ້ເລີຍ.
    ໜັງເຂົ້າສາຍໃນວັນທີ 1 ກັນຍາ (ທີ່ປະເທດໄທ) ໜັງສາມາດສ້າງລາຍໄດ້ເປີດໂຕທີ່ 8.3 ລ້ານບາດ (1,934.00 ລ້ານກີບ)ໜ້ອຍກວ່າຜົນງານຈາກຄ້າຍເກົ່າຢ່າງ ATM ເອີຮັກ ເອີເຣີ່ (8.64 ລ້ານບາດ) ແຕ່ຫຼາຍກວ່າ ກວນ ມຶນ ໂຮ (7.2 ລ້ານບາດ)ແຕ່ເນື່ອງຈາກກະແສປາກຕໍ່ປາກ ກໍ່ສົ່ງຜົນໃຫ້ໜັງເລື່ອງນີ້ມີລາຍໄດ້ເພີ່ມເຖິງ 45.5 ລ້ານບາດພາຍໃນ 4 ມື້ (ຂໍ້ມູນອ້າງອີງຈາກ GDH Facebook).
    4-fanday
    ສ່ວນຈະເປັນໜັງດີຕາມທີ່ຄົນອື່ນວ່າ ຫຼື ບໍ່ນັ້ນ ຕ້ອງໄດ້ໄປພິສູດກັນເອົາເອງ ເພາະຄວາມຄິດໃຜຄວາມຄິດມັນ ແລະ ສຳລັບຄົນທີ່ເບິ່ງແລ້ວ ມີຄວາມຄິດເຫັນເປັນແນວໃດແມ່ນສາມາດແລກປ່ຽນກັນໄດ້ ຄວາມສຸກພຽງມື້ດຽວ ອາດກາຍເປັນຄວາມຊົງຈຳທີ່ມີຄຸນຄ່າສຳລັບຄົນບາງຄົນ . . “ແຟນເດ ແຟນກັນພຽງມື້ດຽວ” ແລ້ວພົບກັນທີ່ໂຮງໜັງຕັ້ງແຕ່ວັນທີ 08 ກັນຍາ 2016 ນີ້ (ຖ້າຕາຕະລາງບໍ່ມີການປ່ຽນແປງ).
    2-fanday3-fanday
    ຟັງເພັງປະກອບໜັງ “ວັນໜຶ່ງ” ມ່ວນໆໄດ້ເລີຍ.
     ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/

    ไม่มีความคิดเห็น:

    แสดงความคิดเห็น