ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 12 กันยายน พ.ศ. 2559

    ບໍລິສັດ Samsung ເອີ້ນຄືນໂທລະສັບ 2 ລ້ານ 5 ແສນໜ່ວຍ

    ບໍລິສັດ Samsung ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳໃຊ້ໂທລະສັບ Galaxy Note 7 ຂອງ ພວກເຂົາເຈົ້າ ຢຸດໃຊ້ໂທລະສັບຂອງຕົນຢ່າງຮີບດ່ວນ ແລະ ໃຫ້ໄປແລກປ່ຽນມັນໃນວັນ ເສົາວານນີ້, ຫຼັງຈາກມີລາຍງານວ່າ ຖ່ານຂອງມັນໄດ້ລະເບີດ.
    ລູກຄ້າຄົນໜຶ່ງຖືໂທລະສັບ Samsung Galaxy Note 7 ທີ່ສຳນັກງານໃຫຍ່ບໍລິສັດຈຳໜ່າຍໂທລະສັບ KT ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 2 ກັນຍາ, 2016.
    ລູກຄ້າຄົນໜຶ່ງຖືໂທລະສັບ Samsung Galaxy Note 7 ທີ່ສຳນັກງານໃຫຍ່ບໍລິສັດຈຳໜ່າຍໂທລະສັບ KT ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 2 ກັນຍາ, 2016.
    ການປະກາດແມ່ນສ່ວນໜຶ່ງຂອງການເອີ້ນສິ້ນຄ້າກັບຄືນ ເຊິ່ງມີຜົນກະທົບເຖິງ 10 ປະ ເທດ. ບັນດາລູກຄ້າ ເກົາຫຼີໃຕ້ ໄດ້ຖືກບອກໃຫ້ໄປສູນບໍລິການ ສຳລັບການປ່ຽນໂທລະສັບ ໃນຕອນເຊົ້າຂອງວັນເສົາວານນີ້. ຄຳເຕືອນທີ່ຄ້າຍຄືກັນໄດ້ຖືກສົ່ງຫາບັນດາລູກຄ້າ ໃນ ສະຫະລັດ ໃນວັນສຸກທີ່ຜ່ານມາ. ບັນດາເຈົ້າຂອງໂທລະສັບ Samsung Galaxy Note 7 ໃນ ສະຫະລັດ ຈະສາມາດແລກປ່ຽນໂທລະສັບຂອງພວກເຂົາເຈົ້າໄດ້ ກັບໂທລະສັບ ຫຼາຍລຸ້ນ ພ້ອມກັບບັດຂອງຂວັນລາຄາ 25 ໂດລາ.
    ການເອີ້ນຄືນໂທລະສັບປະມານ 2 ລ້ານ 5 ແສນໜ່ວຍ ສາມາດສ້າງຄວາມເສຍຫາຍໃຫ້ ກັບບໍລິສັດ Samsung ຫຼາຍເຖິງ 5 ຕື້ໂດລາ, ແລະ ຮຸ້ນຂອງບໍລິສັດໄດ້ປິດລົງຕໍ່າດ້ວຍ 3.9 ເປີເຊັນໃນວັນສຸກທີ່ຜ່ານມາ.
    ໃນທ້າຍສັບປະດາທ່ານມາ, ສາຍການບິນໃຫຍ່ຫຼາຍບໍລິສັດ ຍັງໄດ້ຮຽກຮ້ອງໃຫ້ພວກລູກ ຄ້າປິດໂທລະສັບຂອງພວກເຂົາເຈົ້າໄວ້ ຫຼື ເອົາມັນໄວ້ໃນກະເປົາ Check in ກ່ອນຂຶ້ນ ເຮືອບິນ.
    ນັບຕັ້ງແຕ່ໄດ້ມີການເປີດຕົວຂອງໂທລະສັບດັ່ງກ່າວໃນເດືອນສິງຫາທີ່ຜ່ານມາ, ຮູບພາບ ຫຼາຍໃບຂອງໂທລະສັບທີ່ຖືກໄໝ້ ໄດ້ຖືກເປີດເຜີຍໃນສື່ສັງຄົມ, ພ້ອມກັບເຈົ້າຂອງໂທລະ ສັບ ອ້າງວ່າພວກເຂົາເຈົ້າໄດ້ຖືກໄຟໄໝ້ໂດຍບັງເອີນ.
    ບໍລິສັດ Samsung ໄດ້ຢືນຢັນວ່າຖ່ານຂອງໂທລະສັບລຸ້ນດັ່ງກ່າວມີຄວາມຜິດພາດ, ແລະ ວ່າພວກເຂົາເຈົ້າໄດ້ຮີບເລັ່ງສົ່ງໂທລະສັບທົດແທນໃຫ້ບັນດາລູກຄ້າ ໃນຂະນະທີ່ກຳລັງ ເຮັດວຽກກັບໂທລະສັບລຸ້ນໃໝ່ນີ້ຢູ່.
    ຂອບໃຈຂ່າວຈາກ:http://lao.voanews.com/

    ไม่มีความคิดเห็น:

    แสดงความคิดเห็น