ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอาทิตย์ที่ 11 กันยายน พ.ศ. 2559

    ເປີດໂຕແລ້ວ! Samsung Galaxy Folder 2 ສະມາດໂຟນຝາພັບ Android

    ໃນທີ່ສຸດກໍ່ມາລາຍງານວ່າ Samsung Galaxy Folder 2 ສະມາດໂຟນຝາພັບແບບໃນອະດີດ ໄດ້ມີຊື່ປະກົດຢ່າງເປັນທາງການຂອງ Samsung ໃນປະເທດຈີນ ຄາດວ່າກຽມວາງຈຳໜ່າຍທີ່ປະເທດຈີນເປັນປະເທດທຳອິດ.
    ผลการค้นหารูปภาพสำหรับ Samsung Galaxy Folder 2
    1-samsung_galaxy_folder_2_1473398479985
    ສຳລັບລາຍລະອຽດຂອງ Galaxy Folder 2 ເຊິ່ງເປັນທາຍາດຂອງ Galaxy Folder ທີ່ວາງຈຳໜ່າຍເມື່ອປີທີ່ແລ້ວ ຈະມາພ້ອມກັບໜ້າຈໍ 3.5 ນິ້ວ, ຄວາມລະອຽດ WVGA, ຊີພີຢູ quad-core Snapdragon 425 (1.4 GHz) ຮ່ວມກັບ Ram 2 GB, ຄວາມຈຳພາຍໃນ 16 GB (ສູງສຸດ 128 GB ຈາກ MicroSD Card), ລະບົບປະຕິບັດການ Android 6.0.1 Marshmallow, ກ້ອງຫຼັງມີຄວາມລະອຽດ 8 ລ້ານພິກເຊລ ພ້ອມຮູຮັບແສງກວ້າງ f/1.9, ແຟລສ LED, ກ້ອງໜ້າ 5 ລ້ານພິກເຊລ ແລະ ແບັດ 1,950 mAh.
    ການອອກແບບຂອງໂຕເຄື່ອງບໍ່ຄ່ອຍປ່ຽນແປງຈາກລຸ່ນທຳອິດ ແຕ່ມີການປັບປຸງໃນສ່ວນຂອງ keypad, ພ້ອມດ້ວຍສີໃໝ່ Metallic silver. ແຕ່ເຖິງຢ່າງໃດກໍ່ຕາມໃນສ່ວນຂອງລາຄາ ແລະ ວັນວາງຈຳໜ່າຍຍັງຕ້ອງລໍຖ້າກັນເບິ່ງ.
    ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/ 
    ຂອບໃຈແຫຼ່ງຂ່າວຈາກ: beartaindtv

    ไม่มีความคิดเห็น:

    แสดงความคิดเห็น