ທະຫານອັຟການິສຖານ (ຊ້າຍ) ຮ້ອງໃສ່ກຸ່ມຕາລີບານ, ຫຼັງຈາກທີ່ໄດ້ຍິງປືນຄົກໂຈມຕີກຸ່ມຕາລີບານ, ຂ້າງນອກເມືອງ Kunduz, ພາກເໜືອອັຟການິສຖານ, 16 ເມສາ, 2016.
ກຸ່ມຫົວຮຸນແຮງ ຕາລີບານ ໄດ້ບຸກເຂົ້າສູ່ເຂດໃຈກາງເມືອງຫຼວງຂອງແຂວງ Uruzgan ໃນພາກກາງຂອງປະເທດອັຟການິສຖານ ຊຶ່ງໄດ້ກໍ່ໃຫ້ເກີດການປະທະກັບກອງກຳລັງຮັກສາຄວາມປອດໄພອັຟການິສຖານຢ່າງດຸເດືອດ ອີງຕາມເຈົ້າໜ້າທີ່ທ້ອງຖິ່ນແລະພວກກະບົດ.
ຕົ້ນສັບປະດານີ້ ພວກກະບົດຕາລີບານ ໄດ້ເລີ້ມການໂຈມຕີແບບມີການປະສານງານກັນ
ທີ່ເມືອງ Tarin Kot ເມືອງຫຼວງຂອງແຂວງດັ່ງກ່າວ ແລະໂຈມຕີດ່ານຮັກສາຄວາມປອດໄພ ສຳຄັນ ກ່ອນທີ່ຈະບຸກເຂົ້າເມືອງ ໃນຕອນເຊົ້າວັນພະຫັດມື້ນີ້ ຊຶ່ງທາງໂທລະພາບຂອງ ອັຟການິສຖານ ໄດ້ອ້າງເອົາຄຳເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ. ພວກເຂົາເຈົ້າກ່າວວ່າ ກອງກຳລັງພິເສດຂອງອັຟການິສຖານໄດ້ໄປເຖິງເມືອງດັ່ງກ່າວ ເພື່ອຊ່ອຍຕ້ານຢັນກຸ່ມກະບົດຕາລິບັນ.
ທີ່ເມືອງ Tarin Kot ເມືອງຫຼວງຂອງແຂວງດັ່ງກ່າວ ແລະໂຈມຕີດ່ານຮັກສາຄວາມປອດໄພ ສຳຄັນ ກ່ອນທີ່ຈະບຸກເຂົ້າເມືອງ ໃນຕອນເຊົ້າວັນພະຫັດມື້ນີ້ ຊຶ່ງທາງໂທລະພາບຂອງ ອັຟການິສຖານ ໄດ້ອ້າງເອົາຄຳເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ. ພວກເຂົາເຈົ້າກ່າວວ່າ ກອງກຳລັງພິເສດຂອງອັຟການິສຖານໄດ້ໄປເຖິງເມືອງດັ່ງກ່າວ ເພື່ອຊ່ອຍຕ້ານຢັນກຸ່ມກະບົດຕາລິບັນ.
ໂຄສົກກຸ່ມຫົວຮຸນແຮງອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບວ່າ ພວກນັກຕໍ່ສູ້ຂອງຕົນໄດ້ຍຶດເອົາບໍລິເວນສ່ວນໃຫຍ່ຂອງເມືອງ Tarin Kot ແລະປະຈຸບັນນີ້ ກຳລັງສູ້ລົບກັບກອງກຳລັງຮັກສາຄວາມປອດໄພອັຟການິສຖານ.
ການສູ້ລົບກັນໃນເວລານີ້ແມ່ນກຳລັງດຳເນີນຢູ່ຕໍ່ມາ ໃນບໍລິເວນອ້ອມແອ້ມກອງບັນຊາການຕຳຫຼວດ ຄຸກໃຫຍ່ ແລະໂຮງການເຈົ້າແຂວງ.
ແຂວງ Uruzgan, ອັຟການິສຖານ
ເຈົ້າໜ້າທີ່ແຂວງກ່າວວ່າ ພວກເຂົາເຈົ້າ ບໍ່ສາມາດຮ້ອງຂໍການໂຈມຕີທາງອາກາດ ເພື່ອຍຸຕິການບຸກຄືບໜ້າຂອງພວກກະບົດ ຍ້ອນຢ້ານວ່າ ຜົນກະທົບທີ່ຈະຕາມມາ ເພາະວ່າ ພວກໂຈມຕີທີ່ວ່ານີ້ ປະປົນຢູ່ໃນເຂດທີ່ມີພົນລະເຮືອນອາໄສຢູ່.
ພວກຕໍ່ສູ້ຂອງກຸ່ມ ຕາລີບານ ຈາກເຂດອ້ອມແອ້ມຄືແຂວງ Helmand ແລະແຂວງ Kandahar ໄດ້ສົ່ງກຳລັງໄປສະໜັບສະໜູນເປັນຈຳນວນຫຼວງຫຼາຍໃນຕອນກາງຄືນ ເພື່ອເຂົ້າຄວບຄຸມເມືອງ Tarin Kot ຊຶ່ງຈຳນວນດັ່ງກ່າວນີ້ ແມ່ນຫຼາຍກວ່າ ກອງກຳລັງທະຫານລັດຖະບານ ອີງຕາມສື່ມວນຊົນທ້ອງຖິ່ນ.
ຍັງບໍ່ທັນມີລາຍງານທີ່ເຊື່ອຖືໄດ້ ກ່ຽວກັບຈຳນວນຜູ້ບາດເຈັບລົ້ມຕາຍ ເຖິງແມ່ນວ່າທັງສອງຝ່າຍຕ່າງກໍອອກມາກ່າວອ້າງວ່າ ຕົນໄດ້ສ້າງຄວາມເສຍຫາຍຢ່າງໜັກ ໃຫ້ແກ່ຝ່າຍກົງກັນ ຂ້າມ.
ກອງກຳລັງຮັກສາຄວາມປອດໄພອັຟການກິສຖານ ທີ່ໄດ້ຮັບການສະໜັບສະໜຸນຈາກກຳ ລັງ ອົງການເນໂຕ ແມ່ນເພັ່ງເລັງຄວາມພະຍາຍາມຂອງພວກເຂົາເຈົ້າໃນປີນີ້ ເພື່ອປ້ອງກັນເຂດເທດສະບານຂອງເມືອງຕ່າງໆ ໃນແຂວງ Helmand ແລະບັນດາແຂວງທາງພາກເໜືອ ທີ່ຮວມມີ Kunduz ບ່ອນທີ່ກຸ່ມຕາລີບານ ໄດ້ເລີ້ມການໂຈມຕີເລື້ອຍໆ ແລະໄດ້ເຂົ້າຍຶດເອົາຫຼາຍເຂດ.
ຂອບໃຈຂ່າວຈາກ:http://lao.voanews.com/
ຂອບໃຈຂ່າວຈາກ:http://lao.voanews.com/
ไม่มีความคิดเห็น:
แสดงความคิดเห็น