ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 14 พฤศจิกายน พ.ศ. 2559


    ກຽມພ້ອມກັນແລ້ວບໍ່ ກັບຫນັງພາກຕໍ່ຂອງພໍ່ມົດ Harry Potter ຢ່າງ Fantastic Beasts and Where to Find Them ທີ່ກຳໜົດສາຍໃນລາວໃນວັນທີ 18 ພະຈິກທີ່ຈະຮອດນີ້ ເຊິ່ງ ເຈ ເຄ ໂຣລິ່ງ ອອກມາເປີດເຜີຍວ່າອາດຈະມີຮອດ 5 ພາກກັນເລີຍ ແລະ ຂ່າວວ່າໃນພາກ 2 ນັ້ນ ເຮົາຈະໄດ້ເຫັນສາດສະດາຈານດຳເບິລດໍ ກັບມາປາກົດໂຕອີກດ້ວຍ.

    ໂດຍ ເດວິດ ເຢຕສ໌ ອອກມາຢືນຢັນເປັນທີ່ຮຽບຮ້ອຍວ່າ ສາດສະດາຈານດຳເບິລດໍ ຈະກັບມາໃນ Fantastic Beasts 2 ຢ່າງແນ່ນອນ, ເຊິ່ງໜັງເລື່ອງ Fantastic Beasts and Where to Find Them ເປັນເລື່ອງລາວທີ່ເລົ່າຍ້ອນໄປກ່ອນໜ້ານີ້ປະມານ 70 ປີ ກ່ອນທີ່ຈະເກີດເລື່ອງລາວຂອງ Harry Potter, ທີ່ໃນຂະນະນັ້ນສາດສະດາຈານດຳເບິລດໍ  ຍັງບໍ່ໄດ້ເປັນອາຈານທີ່ຮອກວອຕສ໌ ແລະ ຍັງມີຂ່າວອອກມາວ່າໃນພາກນີ້ ຈະໄດ້ເຈົ້າພໍ່ໜັງແຟນຕາຊີຢ່າງ ຈອນນີ້ ເດປ ມາຮ່ວມສະແດງນຳອີກ ແຕ່ຈະເປັນໂຕລະຄອນໃດນັ້ນ ຍັງບໍ່ທັນໄດ້ມີການເປີດເຜີຍ.
    2-8967_16110815204865
    ໜັງ Fantastic Beasts and Where to Find Them ພາກທຳອິດນັ້ນນຳສະແດງຫຼັກ (ພະເອກ) ໂດຍ ເອັດດີ້ ເຣດເມນ ຈະມາຮັບບົດເປັນ ນິວທ໌ ສຄາມັນເດີ ເຊິ່ງລາວເອງຫາກໍ່ຖືກສະເໜີຊື່ເຂົ້າຊິງລາງວັນອອສກ້າສາຂາ ນັກສະແດງນໍາຊາຍຈາກເລື່ອງ The Danish Girl.

    ຕົວຢ່າງໜັງ.

    ຂອບໃຈແຫຼ່ງຂ່າວຈາກ: devcrown

    ไม่มีความคิดเห็น:

    แสดงความคิดเห็น