
ຫຼັງຈາກບັນຫາແບັດ Galaxy Note 7 ກຳລັງຈະຖືກແກ້ໄຂ ບັນຫາເຄື່ອງຊັກຜ້າທີ່ໄດ້ຮຽກເກັບກໍ່ມາທັນທີ ແລະ ມາຮອດບາດນີ້ Samsung ຕ້ອງພົບກັບບັນຫາໃຫຍ່ອີກເທື່ອແລ້ວ ກັບກໍລະນີທີ່ Choi Soon-sil ໝູ່ສະໜິດຂອງປະທານາທິບໍດີ Park Geun-hye ຖືກສຳນັກງານໄອຍະການຄວບຄຸມໂຕ ຫຼັງຈາກຖືກກ່າວຫາວ່າຈັດຕັ້ງອົງກອນການກຸສົນຂຶ້ນມາ ແຕ່ເອົາລາຍໄດ້ໄປໃຊ້ໃນຜົນປະໂຫຍດສ່ວນໂຕ.
Choi Soon-sil ຍັງຖືກກ່າວຫາວ່າໄດ້ໃຊ້ຄວາມສະໜິດກັບປະທານາທິບໍດີ Park Geun-hye ເຂົ້າມາແຊກແຊງການບໍລິຫານປະເທດ ແລະ ໃຊ້ຂໍ້ມູນລັບຂອງລັດຖະບານໄປສະແຫວງຫາຜົນປະໂຫຍດ ລວມທັງການໃຊ້ຄວາມສຳພັນທີ່ສະໜິດກັບປະທານາທິບໍດີ ໄປຂໍບໍລິຈາກເງິນກັບບໍລິສັດເອກະຊົນຫຼາຍແຫ່ງ ໂດຍອ້າງວ່າຈະນຳເງິນເຂົ້າອົງກອນການກຸສົນທີ່ລາວຕັ້ງຂຶ້ນມາ ແລະ Samsung ກໍ່ເປັນໜຶ່ງໃນບໍລິສັດທີ່ມີການລາຍງານວ່າ ໄດ້ມອບເງິນບໍລິຈາກໃຫ້ກັບ Choi Soon-sil.

ສື່ທ້ອງຖິ່ນລາຍງານວ່າ Samsung ໄດ້ມອບເງິນບໍລິຈາກໃຫ້ກັບອົງກອນການກຸສົນຂອງ Choi Soon-sil ປະມານ 3 ລ້ານໂດລ່າ ແຕ່ລາວຊໍ້າພັດເອົາເງິນສົ່ງລູກສາວໄປຮຽນຂີ່ມ້າທີ່ປະເທດເຢຍລະມັນ.
ຂະນະທີ່ຊາວເກົາຫຼີໃຕ້ ໄດ້ອອກມາລວມໂຕກັນປະທ້ວງ ຂັບໄລ່ປະທານາທິບໍດີ Park Geun-hye ຫຼັງຈາກທີ່ປ່ອຍໃຫ້ໝູ່ສະໜິດ ເຂົ້າມາແຊກແຊງການບໍລິຫານປະເທດ ທັງທີ່ບໍ່ມີອຳນາດໜ້າທີ່ ແລະ ຍັງພົວພັນຄະດີສໍ້ໂກງນຳອີກ.
ໃນເກົາຫຼີໃຕ້ Samsung ເປັນຫຼາຍກວ່າຜູ້ຜະລິດສະມາດໂຟນ ຫຼື ເຄື່ອງໃຊ້ໄຟຟ້າ ແຕ່ຍັງມີບໍລິສັດໃນເຄືອ ແລະ ກິດຈະການທີ່ເຂົ້າເຖິງຊີວິດຄົນສ່ວນໃຫຍ່ຂອງຊາວເກົາຫຼີໃຕ້ ທັງໂຮງໝໍ, ສວນສະໜຸກ, ອາພາດເມັ້ນ, ຄອມເພລັກຊ໌ ລວມໄປເຖິງສູນເບິ່ງແຍງໝາ.
ຂອບໃຈແຫຼ່ງຂ່າວຈາກ: devcrown
ไม่มีความคิดเห็น:
แสดงความคิดเห็น