ສຳນັກຂ່າວເອເອຟພີ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 28 ມີນາວ່າ ພາບຈາກດາວທຽມ ທີ່ບັນທຶກໄວ້ເມື່ອວັນທີ 25 ມີນາທີ່ຜ່ານມາ ສະແດງໃຫ້ເຫັນລົດ 4 ຄັນ ຫຼື ລົດເທຣລເລີຂົນອຸປະກອນ ແລ່ນເຂົ້າອອກຢ່າງຕໍ່ເນື່ອງ ຜ່ານປະຕູທາງເຂົ້າສູນທົດສອບນິວເຄລຍ ປຸງເກ-ຣີ ແລະ ມີສາຍເຄເບິລ ການສື່ສານວາງຢູ່ທີ່ພື້ນ. ນັກວິເຄາະສູນ 38 ນອຣ໌ທ ຂອງສະຖາບັນອາເມຣິກາ-ເກົາຫຼີ ມະຫາວິທະຍາໄລ ຈອນ ຮອປກິນສ໌ ໃນອາເມຣິກາ ກ່າວວ່າ ອຸປະກອນເຫຼົ່ານີ້ເຊື່ອວ່າ ຖືກໃຊ້ເພື່ອກຽມການທົດສອບນິວເຄລຍ ເກັບລວບລວມຂໍ້ມູນຈາກການລະເບີດ ແລະ ປະມວນຜົນຂໍ້ມູນ.
ຄະນະນັກວິໄຈອາເມຣິກາກ່າວວ່າ ນໍ້າຖືກດູດອອກຈາກປະຕູ ໄຫຼລົງໄປຕາມສັນພູ ເຊິ່ງເປັນການເຮັດໃຫ້ອຸໂມງແຫ້ງ ເພື່ອຕິດຕັ້ງອຸປະກອນຕິດຕາມກວດສອບ ແລະ ສື່ສານ ຄວາມເຄື່ອນໄຫວເຫຼົ່ານັ້ນບົ່ງຊີ້ຊັດເຈນວ່າ ການທົດສອບນິວເຄລຍເທື່ອໃໝ່ ກຳລັງຢູ່ໃນລະຫວ່າງການກຽມການຂັ້ນສຸດທ້າຍ.
ອາທິດກ່ອນ ກອງທັບອາມຣິກາລົງຄວາມເຫັນຄ້າຍກັນ ຫຼັງສັງເກດເຫັນຄວາມເຄື່ອນໄຫວ ທີ່ສູນທົດສອບນິວເຄລຍ ປຸງເກ-ຣີ.
ຂອບໃຈ:devcrown
ไม่มีความคิดเห็น:
แสดงความคิดเห็น