ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 24 เมษายน พ.ศ. 2560

    ກຳປັ່ນ ຍີປຸ່ນ 2 ລຳ ເຂົ້າສົມທົບ ກຸ່ມກຳປັ່ນ ສຫລ ທີ່ພວມເດີນທາງ ໄປແຫຼມເກົາຫຼີ

    ເຮືອບົນລົບ F/A-18E ຈາກຝູງບິນໂຈມຕີ 137​ ພວມບິນຂຶ້ນ ຈາກກຳປັ່ນບັນທຸກເຮືອບິນ USS Carl Vinson ຢູ່ທະເລຈີນໃຕ້. (12 ເມສາ 2017)
    ກຸ່ມ​ໂຈມ​ຕີ​ທີ່​ນຳ​ໂດຍກຳ​ປັ່ນ​ບັນທຸກ​ເຮືອບິນສະຫະລັດທີ່ກຳລັງ​ແລ່ນ​ມຸ່ງ​ໜ້າ​ໄປ​ຍັງ​ແຫຼມ​ເກົາຫລີນັ້ນ ​ມີເຮືອ​ພິຄາດ 2 ລຳຂອງ​ຍີ່ປຸ່ນ​ແລ່ນ​ເຂົ້າມາ​ສົມທົບ.
    ກຳ​ປັ່ນ ​ຂອງ​ປະ​ເທດ​ທັງ​ສອງ​ ເລີ້ມ​ເຂົ້າຮ່ວມ​ ກາ​ນຊ້ອມ​ລົບ ​ໃນ​ວັນ​ອາທິດ​ມື້ນີ້ ​ຢູ່​ໃນ​ບໍລິ
    ​ເວນ​ມະຫາ​ສະໝຸດ​ປາຊີ​ຟິກຕາ​ເວັນ​ຕົກ.
    ກຸ່ມ​ໂຈມ​ຕີ​ທີ່​ນຳ​ໂດຍ​ກຳ​ປັ່ນ​ບັນທຸກ​ເຮືອບິນ USS Carl Vinson ​ເຊິ່ງ​ຮວມທັງ​ກຳປັ່ນ
    ລົບ ​ແລະ​ເຮືອ​ພິຄາດ​ ຕິດ​ລູກ​ສອນ​ໄຟ​ນຳ​ວິຖີ ​ໄດ້​ຖືກ​ສັ່ງ​ໃຫ້​ປ່ຽນ​ທິດ​ທາງ ໃນ​ຂະນະ​ທີ່
    ​ພວມ​ເດີນທາງ​ໄປ​ອອສ​ເຕຣ​ເລຍໂດຍ​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ໃນ​ຂະນະ​ທີ່​ຄວາມ
    ​ເຄັ່ງ​ຕຶງ​ຢູ່​ແຫລມ​ເກົາ​ຫຼີ ​ເພີ່ມ​ທະວີ​ຂຶ້ນ ຍ້ອນ​ການ​ທົດ​ລອງ​ລູກສອນ​ໄຟ ​ແລະ​ອາວຸດ​ນິວ​
    ເຄລຍຂອງ​ພຽງ​ຢາງ.
    ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ໃນ​ເວລາ​ນີ້ ວ່າ​ເຮືອ​ພິຄາດ​ຂອງ​ຍີ່ປຸ່ນ ຈະ​ແລ່ນ​ໄປກັບ​ກຸ່ມ
    ​ກຳ​ປັ່ນ​ຂອງ​ສະຫະລັດ.
    ກອງທັບ​ເຮືອ​ສະຫະລັດ​ກ່າວ​ວ່າ ການ​ຊ້ອມ​ລົບ​ຮ່ວມ​ດັ່ງກ່າວ​ນີ້​ແມ່ນ​ມີ​ຂຶ້ນ “ຕາມປົກກະ
    ຕິ” ທີ່​ແນ​ໃສ່​ເພື່ອ​ປັບປຸງສະມັດຖະພາບ​ໃນ​ການ​ປະຕິບັດ​ການ​ຮ່ວມ​ກັນ​ທາງ​ທະ​ເລ ຕະ
    ຫຼອດ​ທັງເຮັດ​ໃຫ້ການ​ປະຕິບັດ​ການ​ຮ່ວມ​ມີ​ຄວາມ​ຄ່ອງ​ແຄ່​ວ​ເພີ່ມ​ຂຶ້ນ.
    ທ່ານ​ທຣຳ​ໄດ້​ປະກາດ​ວ່າ ຈະ​ປ້ອງ​ກັນ​ບໍ່​ໃຫ້​ເກົາຫຼີ​ເໜືອ ສາມາດ​ໂຈມ​ຕີ​ ສະຫະລັດ​ໄດ້
    ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຕິດອາວຸດ​ນິວ​ເຄລຍແລະ​ເວົ້າວ່າ ທຸກ​ທາງ​ເລືອກ​ແມ່ນ​ຈະ​ສາມາດ
    ​ນຳ​ໃຊ້​ໄດ້ ຮວມທັງ​ການໂຈມ​ຕີ​ທາງ​ທະຫານ.
    ທີ່ມາ: lao.voanews

    ไม่มีความคิดเห็น:

    แสดงความคิดเห็น