ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 25 เมษายน พ.ศ. 2560

    3 ເຫດຜົນທີ່ເຮັດໃຫ້ຄົນເຮົາສະຫຼາດບໍ່ເທົ່າກັນ

    ນັກວິທະຍາສາດດ້ານສະໝອງ ດີນ ເບີເນັດ ເວົ້າວ່າ ເຮົາສາມາດເບິ່ງການເຮັດວຽກຂອງສະໝອງ ເຊິ່ງເຊື່ອມໂຍງກັບຄວາມສະຫຼາດດ້ວຍຜົນ FMRI ແລະ Functional Magnetic Resonance Imaging ເຊິ່ງເປັນການວັດແບບດຽວກັບການກວດຄື່ນສະໝອງ ຫຼື MRI ດັ່ງນີ້
    1. ການໄຫຼວຽນຂອງເລືອດ ທີ່ໄປລ້ຽງສະໝອງສ່ວນນັ້ນໆຄື: ສະໝອງສ່ວນທີ່ເຮັດວຽກໜັກ ສະນັ້ນຜົນ FMRI ທີ່ອອກມາຈະເຫັນວ່າ ສະໝອງສ່ວນໃດທີ່ຕື່ນຕົວຕະຫຼອດເວລາເຊັ່ນ: ຖ້າຕ້ອງໃຊ້ຄວາມຈຳຕະຫຼອດ ສະໝອງສ່ວນທີ່ກ່ຽວກັບຄວາມຈຳ ກໍຈະຕື່ນຕົວກວ່າສ່ວນອື່ນໆ
    2. ການເຮັດວຽກເຊື່ອມໂຍງຂອງສະໝອງ: ໂດຍທຳມະຊາດ ສະໝອງບໍ່ໄດ້ເຮັດວຽກສ່ວນໃດສ່ວນໜຶ່ງ ແຕ່ຕ້ອງເຊື່ອມໂຍງກັນຫຼາຍໆສ່ວນ ໂດຍສ່ວນທີ່ເຮັດໜ້າທີ່ ເຊື່ອມໂຍງການເຮັດວຽກຂອງສະໝອງຄື ສ່ວນທີ່ເອີ້ນວ່າ Prefrontal Cortex ແລະ Parietal Lobe ສະນັ້ນຫາກການເຮັດວຽກຂອງ FMRI ເຫັນວ່າສະໝອງສ່ວນນີ້ຕື່ນຕົວຫຼາຍ (ເພາະຕ້ອງເຮັດວຽກສື່ສານ ປະມວນຂໍ້ມູນ ຄຳນວນ ເຊິ່ງນຳໄປສູ່ການຕັດສິນໃຈ) ໝາຍຄວາມວ່າ ການເຊື່ອມໂຍງສ່ວນຕ່າງໆເປັນໄປໄດ້ດີ
    3. ຄວາມໜາຂອງສະໝອງ: ສ່ວນທີ່ເອີ້ນວ່າ Corpus Callosum ເຊິ່ງເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງສະໝອງດ້ານຂວາ ກັບສະໝອງດ້ານຊ້າຍ ຫາກສະໝອງໜາຫຼາຍ ກໍຈະເຮັດໃຫ້ສະໝອງທັງສອງດ້ານ ສາມາດສື່ສານກັນໄດ້ດີຂຶ້ນ ນັ້ນໝາຍຄວາມວ່າ ຫາກສະໝອງຄວາມຈຳໃນ Prietal Lobe ມີຫຼາຍ ແລະສ່ວນ Prefrontal Cortex ກໍນຳໄປໃຊ້ໄດ້ ຢ່າງມີປະສິດທິພາບ ຈະສາມາດແກ້ບັນຫາຍາກໆ ໃນຊີວິດໄດ້ດີ
    4. ທີ້ມາ:laopost

    ไม่มีความคิดเห็น:

    แสดงความคิดเห็น