ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอาทิตย์ที่ 30 เมษายน พ.ศ. 2560

    ປ. ຟີລິບປິນເວົ້າວ່າ ASEAN ຄວນເປັນ​ ກຸ່ມປະເທດ ​ປອດຢາ​ເສບ​ຕິດ

    ບັນດາຜູ້ນຳ ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ເທດ​
​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊ່ຽນ (ASEAN).
    ບັນດາຜູ້ນຳ ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ເທດ​ ​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊ່ຽນ (ASEAN).
    ປະທານາທິບໍດີ ຟິລິບ​ປີນ ທ່ານ Rodrigo Duterte ​ໄດ້​ກ່າວ​ເປີດພິທີໃນມື້​ສຸດ​ທ້າຍ​
    ຂອງ​ ຂອງກອງ​ປະ​ຊຸມສຸດ​ຍອດຂອງ​ສະມາຊິກຂອງ​ສະມາຄົມ​ບັນດາ​ປະ​ເທດໃນ​ເຂດ
    ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊຽນ ASEAN ທີ່​ດໍ​າ​ເນີນ​ໄປ​ເປັນ​ເວລາສີ່​ມື້ ດ້ວຍການ
    ​ເຕືອນ​ວ່າ ​ທັງ​ໝົດ​ທຸ​ປະ​ເທດ​ໃນ​ກຸ່ມນັ້ນກຳລັງ​ປະ​ເຊີນ​ໜ້າ​ກັບ “ການ​ຄ້າ​ແລ​ກປ່ຽນ​ອຸບປະ
    ກອນ​ຢາ​ເສບ​ຕິດ​ທີ່​ຜິດ​ກົດໝາຍ.” ທ່ານ​ໄດ້​ກ່າວ​ເພີ້​ມ​ໃນໃນ​ເສົາ​ມື້​ນີ້ຢ່າງ​ໄວ​ອີກ​ວ່າ ການ
    ​ຄ້າ​ຢາ​ເສບ​ຕິດທີ່ “ບໍ່​ແມ່ນ​ເລື້ອງທີ່​ບໍ່ສາມາດເອົາ​ຊະນະໄດ້” ​ແລະ​ໃນ​ສາມາດຖືກ​ທັບ​ມ້າງ​
    ໄດ້ “ດ້ວຍເຈດ​ຕະນາ​ທາງການ​ເມືອງ ​ແລະ​ການ​ຮ່ວມ​ມື​ກັນ.”
    ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນດາ​ຜູ້ນຳ 10 ປະ​ເທດ ASEAN ​ເຕົ້າ​ໂຮມ​ກັນ​ທີ່​ນະຄອນ​ມາ​ນິ
    ລາເພື່ອມີ​ຄວາມ​ກ້າຫານ​ທີ່​ຈະ​ຮັບ​ຮູ້​ການ​ເຮັດ​ໃຫ້​ບັນປະ​ເທດ​ໃນ​ກຸ່ມ ASEAN ​ເປັນ​ເຂດ​
    ປອດຢາ​ເສບ​ຕິດ.”
    ກ​ອງປະຊຸມ​ສຸດ​ຍອດ​ ບໍ່ທັນ​ໄດ້ມີ​ການ​ກ່າວຕິຕຽນ​ໃດໆ​ ຈາກ​ບັນດາ​ຜູ້ນຳປະ​ເທດ​ຕ່າງໆ
    ກ່ຽວ​ກັບການ​ທີ່ຈີນ​ຂະຫຍາ​ຍອໍານດ​ໄປຢູ່​ໃນ​ເຂດ​ທີ່​ມີ​ການ​ຂັດ​ແຍ້​ງ​ກັນໃນ​ທະ​ເລ​ຈີນ​ໃຕ້
    ຊຶ່ງຕາມ​ການວິ​ເຄາະຂອງ​ນັກວິ​ເຄາະ​ເຫດການ​ຈຳນວນນຶ່ງ​ເວົ້າ​ວ່າ ອັນ​ນີ້​ສັນຍານບົ່ງ
    ​ບອກ​ເຖິງ​ການ​ມີ​ອິດ​ທິພົນ​ທາງ​ດ້ານ​ເສດຖະກິດ ​ແລະ​ການ​ທູດ​ຂອງລັດຖະບານ​ປັກ​ກິ່ງ.
    ບັນດາ​ນັກວິ​ເຄາະ ​ແລະ​ສື່​ມວນ​ຊົນ​ລາຍ​ງານໃນ​ຕອນ​ຕົ້ນ​ອາທິດ​ນີ້ວ່າ ມີ​ການ​ຄາດກັນ​ວ່າ
    ​ຈະ​ມີ​ຄຳ​ເວົ້າ​ຢູ່່​ໃນ​ຖະ​ແຫລ​ງການ​ປິດ​ປະຊຸມ​ຢ່າງ​ລະມັດລະວັງ ​ໂດຍປາດ​ສະ​ຈາກການ
    ​ອອກ​ຊື່ ປະ​ເທດ​ໃດ​ປະ​ເທດ​ນຶ່ງ​ວ່າເປັນ​ຜູ້​ຊອກ​ເລື້ອງ.
    ປະທານາທິບໍດີ Rodrigo Duterte ແລະ ທ່ານນາງ Honeylet Avancena ຄູ່ຮັກຂອງທ່ານກຳລັງລໍຖ້າ ບັນດາຜູ້ນຳອາຊຽນມາເຖິງ
    ປະທານາທິບໍດີ Rodrigo Duterte ແລະ ທ່ານນາງ Honeylet Avancena ຄູ່ຮັກຂອງທ່ານກຳລັງລໍຖ້າ ບັນດາຜູ້ນຳອາຊຽນມາເຖິງ
    ທ່ານ Collin Koh ນັກ​ຄົ້ນຄວ້າດ້ານ​ຄວ​າ​ມໝັ້ນຄົງ​ທາງນ່ານນໍ້າ ທີ່​ມະຫາວິທະຍາ​ໄລ Nanyang Technological ທີ່​ສິງກະ​ໂປ ກ່າວ​ວ່າ ມີ​ການ​ຕ້ານ​ຈີນ​ໜ້ອຍ​ນຶ່ງ ​ເຊັ່ນໄດ້​
    ມີການເຕືອນ​ຈີນຄືນ​ວ່າ ຈີນ​ໄດ້​ເສຍໄນການ​ຕັດສິນ​ຢູ່​ສານ​ໂລກ ​ໃນວັນ​ທີ 12 ກໍ​ລະ​ກົດ
    ກ່ຽວ​ກັບພື້ນຖານ​ທາງ ​ກົດໝາຍ​ພື້ນທີ່​ບອກ​ວ່າການ​ກ່າວ​ອ້າງ​ເອົາ 95 ​ເປີ​ເຊັນ​ຂອງພື້ນ
    ທີ່​ຂອງ​ເຂດ​ທະ​ເລນັ້ນ “​ເປັນ​ການ​ກໍ່ກວນຄວາມ​ສະຫງົບ​ທີ່ຈະ​ບໍ່​ມີ​ຄວາມ​ຈຳ​ເປັນ​."
    ທີ່ມາ: lao.voanews

    ไม่มีความคิดเห็น:

    แสดงความคิดเห็น