ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 25 เมษายน พ.ศ. 2560

    ຜູ້ນຳຈີນຮຽກຮ້ອງໃຫ້ທຸກຝ່າຍ "ອົດທົນທີ່ສຸດ" ຕໍ່ບັນຫາແຫຼມສະໝຸດເກົາຫຼີ

    ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງປັກກິ່ງ ປະເທດຈີນ ເມື່ອວັນທີ 24 ເມສາ ໂດຍອີງໃສ່ລາຍງານຂອງສຳນັກຂ່າວຊິນຫົວ ວ່າປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ແລະ ປະທານາທິບໍດີ ທຣັມ ຂອງອາເມຣິກາ ໄດ້ສົນທະນາກັນທາງໂທລະສັບ ກ່ຽວກັບສະຖານະການປະຈຸບັນ ເທິງແຫຼມສະໝຸດເກົາຫຼີ ໂດຍຜູ້ນຳຈີນຢືນຢັນວ່າລັດຖະບານປັກກິ່ງ ຄັດຄ້ານທຸກການກະທຳ ທີ່ຂັດຕໍ່ມະຕິຂອງຄະນະມົນຕີ ຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ແລະ ຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍ "ສະແດງຄວາມຮັບຜິດຊອບ" ດ້ວຍຄວາມອົດທົນ ແລະ ໃຊ້ວິທີສັນຕິພາບ ເພື່ອຫຼຸດຄວາມຂັດແຍ່ງ.

    ໃນເວລາດຽວກັນນັ້ນ ມຸນ ຊັງ-ກຍອນ ໂຄສົກປ້ອງກັນປະເທດເກົາຫຼີໃຕ້ ກ່າວວ່າກອງທັບມີແຜນຊ້ອມຮົບ ທາງທະເລຮ່ວມກັບກອງເຮືອຮົບພິຄາດ ຂອງອາເມຣິກາ ນຳໂດຍເຮືອບັນທຸກຍົນ "ຢູເອສເອສ ຄາຣ໌ລ ວິນສັນ" ເຊິ່ງຢູ່ລະຫວ່າງມຸ່ງໜ້າເຂົ້າສູ່ແຫຼມສະໝຸດເກົາຫຼີ ການຊ້ອມຮົບເພື່ອກຽມພ້ອມ ໃນການຮັບມື ການທົດສອບລະເບີດນິວເຄລຍ ເທື່ອທີ່ 6 ຂອງລັດຖະບານເກົາຫຼີເໜືອ.
    ผลการค้นหารูปภาพสำหรับ xi jinping
    ຂອບໃຈ:devcrown

    ไม่มีความคิดเห็น:

    แสดงความคิดเห็น