ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 24 เมษายน พ.ศ. 2560

    ວລາດິເມຍ ປູຕິນ" ຜູ້ນຳຣັດເຊຍ ຜູ້ຊົງອິດທິພົນທີ່ສຸດຂອງໂລກ ກັບທ່າຍ່າງສະບັບມືປືນ



    ລັກສະນະການຍ່າງຂອງ ທ່ານ ວລາດິເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ທີ່ຫຼາຍຄົນສັງເກດເຫັນໄດ້ຊັດເຈນແມ່ນ ຈະເຫັນໄດ້ວ່າ ເພິ່ນຍ່າງໂດຍການທີ່ແຂນຂວາບໍ່ເໜັງ ຕ່າງຈາກການຍ່າງຂອງຄົນທົ່ວໄປ ທີ່ມັກຈະແກວ່ງແຂນທັງສອງເບື້ອງສະຫຼັບກັນ ກາຍເປັນຫົວຂໍ້ການວິໄຈ ຂອງທີມນັກປະສາດວິທະຍາ ໃນເອີຣົບ ແລະ ໄດ້ມີການຕີພິມແລ້ວໃນວາລະສານດ້ານການແພດຂອງອັງກິດ ທີ່ຫຼາຍຝ່າຍຍອມຮັບ ໂດຍທາງນັກວິໄຈຕັ້ງຊື່ທ່າຍ່າງຂອງທ່ານ ປູຕິນ ວ່າ "ການຍ່າງຂອງມືປືນ" ເນື່ອງຈາກທີມນັກວິທະຍາສາດເຊື່ອວ່າ ທ່ານ ປູຕິນ ອາດຕິດການຍ່າງແບບນີ້ມາຈາກການ ທີ່ລາວເຄີຍເຝິກຝົນອາວຸດ ຫຼື ເປັນຜົນມາຈາກ ການທີ່ລາວເຄີຍເປັນເຈົ້າໜ້າທີ່ ໜ່ວຍສືບລາຊະການລັບຂອງສະຫະພາບໂຊວຽດ ຫຼື “KGB” ມາກ່ອນ ເພາະສາຍລັບ KGB ຈະຕ້ອງພົກປືນໄວ້ທີ່ໜ້າເອິກຂວາ ການຍ່າງແບບທ່ານ ປູຕິນນີ້ ຈະເຮັດໃຫ້ພວກເຂົາຈົກປືນ ເພື່ອຍິງຄູ່ຕໍ່ສູ້ໄດ້ຢ່າງວ່ອງໄວ.

     
    ທີມງານວິໄຈເຊື່ອໝັ້ນວ່າ ການຍ່າງຂອງປະທານາທິບໍດີ ຣັດເຊຍ ບໍ່ໜ້າຈະເປັນຜົນມາຈາກບັນຫາສຸຂະພາບ ເພາະທ່ານ ປູຕິນ ເປັນຄົນທີ່ແຂງແຮງຫຼາຍ ແລະ ມັກອອກກຳລັງກາຍ ສ່ວນມີຄົນຕັ້ງຂໍ້ສັງເກດວ່າ ທ່ານ ປູຕິນ ມີອາການຂອງໂລກພາກິນສັນ ເຊິ່ງນັ້ນກໍ່ເປັນໄປບໍ່ໄດ້ ເພາະສັງເກດເວລາທີ່ເພິ່ນຂຽນໜັງສື ກໍ່ບໍ່ມີອາການຜິດປົກກະຕິຫຍັງ ແລະ ທີ່ສຳຄັນ ເຈົ້າໜ້າທີ່ລະດັບສູງຂອງຣັດເຊຍຫຼາຍໆຄົນ ທີ່ເຄີຍມີກະແສຂ່າວວ່າ ເຄີຍເປັນສາຍລັບ KGB ມາກ່ອນ ກໍ່ມີລັກສະນະການຍ່າງໃນຮູບແບບດຽວກັນ.

    ທ່ານ ວລາດິເມຍ ປູຕິນ ເປັນບຸກຄົນທີ່ທົ່ວໂລກໃຫ້ການນັບຖື ແລະ ເກງໃຈ ເຊິ່ງເລື່ອງລາວຂອງເພິ່ນ ຍັງມີອີກຫຼາກຫຼາຍຢ່າງໜ້າສົນໃຈ ແລະ ທາງທີມງານ devcrown.com ຄວາມຮູ້ທັນສະໄໝ ຈະນຳມາສະເໜີໃຫ້ຮູ້ກັນອີກແນ່ນອນ.

    Cradit:devcrown

    ไม่มีความคิดเห็น:

    แสดงความคิดเห็น