ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 24 เมษายน พ.ศ. 2560

    ວາລະສານລະດັບໂລກ "People" ຍົກໃຫ້ "ຈູເລຍ ໂຣເບີດສ໌" ເປັນຜູ້ຍິງງາມສຸດໃນປີ 2017 ແລະ ເປັນປີທີ່ 5 ຂອງນາງ


    ສຳນັກຂ່າວຕ່າງປະເທດ ລາຍງານຈາກປະເທດອາເມຣິກາເມື່ອວັນທີ 19 ເມສາວ່າ ວາລະສານຊື່ດັງລະດັບໂລກ People ໄດ້ສະເໜີຊື່ນັກສະແດງສາວ "ຈູເລຍ ໂຣເບີດສ໌" ໄວ 49 ປີ ວ່າເປັນຜູ້ຍິງທີ່ງາມທີ່ສຸດໃນໂລກ ປະຈຳປີນີ້ ເຊິ່ງຖືເປັນການຍົກຍ່ອງ ນັກສະແດງສາວຊາວອາເມຣິກາ ວ່າເປັນຜູ້ຍິງທີ່ງາມທີ່ສຸດໃນໂລກ ເປັນສະໄໝທີ່ 5 ແລ້ວ ເຊິ່ງຖືວ່າເປັນສະຖິຕິ ທີ່ຍັງບໍ່ທັນມີໃຜເຮັດໄດ້.

     “ຈູເລຍ ໂຣເບີດສ໌” ເຄີຍໄດ້ຮັບການສະເໜີຊື່ ເປັນຜູ້ຍິງທີ່ງາມທີ່ສຸດໃນໂລກ ເທື່ອທຳອິດຂອງວາລະສານ People ເມື່ອປີ 1991 ໜຶ່ງປີຫຼັງຈາກ ທີ່ນາງມີຊື່ສຽງຢ່າງສູງ ຈາກຜົນງານໜັງ ຫຼື ຮູບເງົາເລື່ອງ ”Pretty Woman” ຫຼັງຈາກນັ້ນນາງກໍ່ໄດ້ຮັບການສະເໜີຊື່ເຂົ້າອີກໃນປີ 2000, 2005 ແລະ 2010.

     “ຈູເລຍ ໂຣເບີດສ໌” ກ່າວວ່າ ເປັນເລື່ອງທີ່ໜ້າຍິນດີຫຼາຍ ແຕ່ນາງຄິດວ່າ ຕອນນີ້ນາງເຖິງຈຸດສູງສຸດແລ້ວ ເພາະນາງໄດ້ຮັບລາງວັນອອສກາຣ໌ ໃນປີ 2001 ຈາກໜັງເລື່ອງ Erin Brockovich ສ່ວນຊີວິດສ່ວນໂຕ ແມ່ນໄດ້ແຕ່ງງານມາແລ້ວ 14 ປີ ກັບ ”ແດນນີ່ ໂມເດີ” ຊ່າງພາບຖ່າຍທຳໜັງ ໂດຍມີລູກນຳກັນ 3 ຄົນ.

    ສຳລັບປີກ່ອນ  People ຍົກໃຫ້ ”ເຈນນິເຟີ ອານິສຕັນ” ເປັນຜູ້ຍິງທີ່ງາມທີ່ສຸດໃນໂລກ.

    ເຈນນິເຟີ ອານິສຕັນ
    ທິ້ມາ:devcrown

    ไม่มีความคิดเห็น:

    แสดงความคิดเห็น