ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະປະທານາທິບໍດີຄົນໃໝ່ຂອງເກົາຫຼີ
ໃຕ້ ທ່ານມູນແຈອິນ ໄດ້ຕົກລົງໃນລະຫວ່າງການໂທລະສັບໂອ້ລົມກັນໃນວັນພຸດວານ
ນີ້ ທີ່ຈະຮ່ວມມືກັນຢ່າງໃກ້ຊິດ ໃນການຮັບມື ກັບໂຄງການສ້າງອາວຸດນິວເຄລຍຂອງ
ເກົາຫຼີເໜືອ.

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ທ່ານທຣຳໃນລະຫວ່າງການໂທລະສັບໄປໂອ້ລົມໃນວັນສາບານໂຕ ເຂົ້າຮັບຕຳແໜ່ງ ຂອງທ່ານມູນ ໄດ້ກ່າວເຖິງ ບັນຫາຕ່າງໆ ທີ່ພົວພັນກັບ
ຄວາມໄຝ່ຝັນທາງດ້ານທະຫານຂອງພຽງຢາງນັ້ນວ່າ ເປັນບັນຫາ ທີ່ສະລັບຊັບຊ້ອນ
ແຕ່ກໍສາມາດທີ່ຈະແກ້ໄຂໄດ້.

ທ່ານທຣຳກ່າວວ່າ ຄວາມສຳພັນລະຫວ່າງສະຫະລັດກັບເກົາຫຼີໃຕ້ຊຶ່ງເປັນປ້ອມປ້ອງ
ກັນຕໍ່ໄພຂົ່ມຂູ່ຂອງເກົາຫລີເໜືອມາເປັນເວລາດົນນານແລ້ວນັ້ນ ແມ່ນຍັງເຂັ້ມແຂງຢູ່
ແລະໄດ້ເຊື້ອເຊີນທ່ານມູນ ໃຫ້ເດີນທາງມາຢ້ຽມຢາມນະຄອນຫຼວງວໍຊິງຕັນ ອີງຕາມ
ຄຳຖະແຫຼງຂອງທຳນຽບປະທານາທິບໍດີເກົາຫຼີໃຕ້.

ຂ່າວໂທລະພາບ ລາຍງານກ່ຽວກັບລູກສອນໄຟ ຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນຫຼວງໂຊລ
ແຕ່ແນວໃດກໍຕາມ ຜູ້ນຳຄົນໃໝ່ຂອງເກົາຫຼີໃຕ້ ໄດ້ເອົາທ່າທີແບບປານີປານອມຕໍ່ເກົາ
ຫຼີເໜືອຫຼາຍກວ່າທ່ານທຣຳຊຶ່ງໄດ້ສົ່ງກຸ່ມໂຈມຕີຂອງກອງທັບເຮືອໄປຍັງເຂດນ່ານນ້ຳ
ນອກແຄມຝັ່ງຂອງແຫຼມເກົາຫຼີ ເພື່ອເຕືອນເກົາຫຼີເໜືອ ກ່ຽວກັບການສ້າງລູກສອນໄຟ
ຕິດຫົວລະເບີດນິວເຄລຍ. ທ່ານທຣຳຍັງຢາກໃຫ້ລົງໂທດອຳນາດການປົກຄອງເກົາຫຼີ
ເໜືອຂອງກິມຈົງອຸນຕື່ມແລະເຮັດໃຫ້ປະເທດຄອມມູນິສດັ່ງກ່າວຢູ່ຢ່າງໂດດດ່ຽວເພີ້ມ
ຂຶ້ນ.

ການເຂົ້າກຳອຳນາດ ຂອງທ່ານມູນ ເຮັດໃຫ້ການປົກຄອງ ຂອງພວກນິຍົມແນວທາງ
ເດີມຫົວແຂງກະດ້າງ ໃນເກົາຫຼີໃຕ້ ທີ່ມີມາເປັນເວລາເກືອບນຶ່ງທົດສະວັດ ສິ້ນສຸດລົງ
ໂດຍທີ່ໃນຊຸມປີຜ່ານມາ ໂຊລໄດ້ເພັ່ງເລັງໃສ່ການກົດດັນໃຫ້ເກົາຫຼີເໜືອຢຸດເຊົາໂຄງ
ການສ້າງອາວຸດນິວເຄລຍ.

ຊາວເກົາຫຼີໃຕ້ ປະທ້ວງ ການຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟ THADD.
ທ່ານມູນ ກ່າວໃນຄຳປາໄສເຂົ້າຮັບຕຳແໜ່ງຂອງທ່ານວ່າ “ຖ້າຫາກຈຳເປັນຂ້າພະເຈົ້າ
ຈະບິນໂດຍກົງ ໄປວໍຊິງຕັນ. ຂ້າພະເຈົ້າ ຈະໄປປັກກິ່ງ ແລະໂຕກຽວ ແລະຖ້າເງື່ອນໄຂ
ຕ່າງໆ ຫາກອຳນວຍໃຫ້ແລ້ວ ຂ້າພະເຈົ້າ ຈະໄປພຽງຢາງ. ເພື່ອຈະນຳເອົາ ສັນຕິພາບ
ແລະຄວາມໝັ້ນຄົງ ມາສູ່ແຫຼມເກົາຫຼີ ຂ້າພະເຈົ້າ ຈະເຮັດທຸກສິ່ງທຸກຢ່າ ງທີ່ຂ້າພະເຈົ້າ
ສາມາດເຮັດໄດ້.”

ນອກນັ້ນ ຜູ້ນຳຄົນໃໝ່ຂອງເກົາຫຼີໃຕ້ຍັງມີຄວາມລັງເລໃຈກ່ຽວກັບການຕິດຕັ້ງລະບົບ
ປ້ອງກັນລູກສອນໄຟ THAAD ຊຶ່ງຫວ່າງບໍ່ດົນຜ່ານມານີ້ ທ່ານທຣຳ ໄດ້ຮຽກຮ້ອງໃຫ້
ເກົາຫຼີໃຕ້ຈ່າຍເງິນເພີ້ມ 1 ຕື້ໂດລາ ໃນດ້ານປ້ອງກັນປະເທດ. ພ້ອມດຽວກັນນີ້ ຈີນຍັງ
ໄດ້ຄັດຄ້ານຕໍ່ການຕິດຕັ້ງອາວຸດທີ່ທັນສະໄໝດັ່ງກ່າວວ່າ ເປັນໄພຂົ່ມຂູ່ຕໍ່ຂົງເຂດແລະ
ໄດ້ທຳການຕອບໂຕ້ຕໍ່ເກົາຫຼີໃຕ້ໂດຍຈຳກັດພວກນັກທ່ອງທ່ຽວແລະການນຳເຂົ້າຈາກ
ເກົາຫຼີໃຕ້.

Cr: voalao
ไม่มีความคิดเห็น:
แสดงความคิดเห็น