
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ (ກາງ) ຢືນກັບ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຊ້າຍ) ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan (ຂວາ) ແລະ ຜູ້ນຳຄົນອື່ນໆຖ່າຍຮູບນຳກັນ ກ່ອນພິທີເປີດກອງປະຊຸມໜຶ່ງສາຍພານ ໜຶ່ງຖະໜົນຢູ່ສູນປະຊຸມແຫ່ງຊາດ ໃນນະຄອນຫຼວງ ປັກກິ່ງ. 14 ພຶດສະພາ, 2017.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ກ່າວຄຳປາໄສເປີດງານໃນກອງປະຊຸມສຸດຍອດ ໜຶ່ງສາຍພານ ໜຶ່ງຖະໜົນ ໃນນະຄອນຫຼວງ ປັກກິ່ງ ວັນອາທິດມື້ນີ້.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກໍແມ່ນໜຶ່ງໃນບັນດາຜູ້ນຳໂລກ 29 ຄົນ ໃນນະຄອນຫຼວງຂອງ ຈີນ ທີ່ເຂົ້າຮ່ວມໃນງານລິເລີ່ມທີ່ຖືກອອກແບບ ເພື່ອເປີດຄືນເສັ້ນ ທາງບູຮານແຫ່ງປະຫວັດສາດຄື ຖະໜົນສາຍໄໝ ວ່າເປັນວິທີແຫ່ງການຂະຫຍາຍການ ພັດທະນາທົ່ວໂລກ ແລະ ຂະຫຍາຍການເຊື່ອມໂຍງລະຫວ່າງ ເອເຊຍ, ອາຟຣິກາ ກັບ ຢູ
ໂຣບ.
ໂຣບ.
ທ່ານ ສີ ກ່າວວ່າ “ຫຼາຍກວ່າ 2,000 ປີ ທີ່ຜ່ານມາ, ບັນພະບູລຸດຂອງພວກເຮົາ, ໄດ້
ເດີນທາງຜ່ານທົ່ງຫຍ້າ ແລະ ທະເລຊາຍອັນກວ້າງໃຫຍ່, ໄດ້ເປີດທາງຂ້າມທະວີບ
ເຊື່ອມຕໍ່ ເອເຊຍ, ຢູໂຣບ ແລະ ອາຟຣິກາ, ເຊິ່ງເປັນທີ່ຮູ້ຈັກກັນໃນທຸກມື້ນີ້ວ່າ ຖະໜົນ
ສາຍໄໝ.”
ເດີນທາງຜ່ານທົ່ງຫຍ້າ ແລະ ທະເລຊາຍອັນກວ້າງໃຫຍ່, ໄດ້ເປີດທາງຂ້າມທະວີບ
ເຊື່ອມຕໍ່ ເອເຊຍ, ຢູໂຣບ ແລະ ອາຟຣິກາ, ເຊິ່ງເປັນທີ່ຮູ້ຈັກກັນໃນທຸກມື້ນີ້ວ່າ ຖະໜົນ
ສາຍໄໝ.”
ຜູ້ນຳ ຈີນ ໄດ້ກ່າວວ່າ “ດ້ວຍໄລຍະທາງຫຼາຍພັນກິໂລແມັດ ແລະ ປີ, ຖະໜົນສາຍໄໝ ຈຶ່ງລວບລວມເອົາຈິດໃຈແຫ່ງສັນຕິພາບ ແລະ ການຮ່ວມມື, ຄວາມເປີດກວ້າງ ແລະ ການຢູ່ນຳກັນ, ການຮຽນຮູ້ ແລະ ຮັບຜົນປະໂຫຍດ ລະຫວ່າງກັນ ແລະ ກັນ. ຖະໜົນ ສາຍໄໝບູຮານ ໄດ້ເປີດໂອກາດແຫ່ງການຜູກມິດ ລະຫວ່າງ ບັນດາປະເທດຕ່າງໆ, ເພີ່ມເສີມໃສ່ປຶ້ມໜ້າໃໝ່ທີ່ງົດງາມ ໃຫ້ກັບປະຫວັດສາດແຫ່ງຄວາມກ້າວໜ້າຂອງມະ
ນຸດ.”
ນຸດ.”
ທ່ານ ສີ ໄດ້ອະນຸມັດເງິນຫຼາຍຕື້ໂດລາໃຫ້ກັບໂຄງການ ສຳລັບເຄືອຂ່າຍເຊື່ອມໂຍງລາງ
ລົດໄຟ ແລະ ການເດີນເຮືອຂະໜາດໃຫຍ່.
ລົດໄຟ ແລະ ການເດີນເຮືອຂະໜາດໃຫຍ່.
ທີ່ມາ:voalao
ไม่มีความคิดเห็น:
แสดงความคิดเห็น