ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 30 พฤษภาคม พ.ศ. 2560

    ຈີນຢໍ້າອີກຄັ້ງວ່າ ບັນຫາແຫຼມເກົາຫຼີຕ້ອງເຂົ້າສູ່ໂຕະເຈລະຈາ ເມື່ອເກົາຫຼີເໜືອທົດລອງອີກຄັ້ງໃນມື້ວານນີ້




    ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ພຶດສະພາທີ່ຜ່ານມາ ຈາກນະຄອນຫຼວງປັກກິ່ງວ່າ: ກະຊວງການຕ່າງປະເທດຂອງຈີນອອກຖະແຫຼງການຮຽກຮ້ອງໃຫ້ເກົາຫຼີເໜືອ ຢຸດຕິການກະທຳໃດໆກໍ່ຕາມທີ່ເປັນການຝ່າຝືນມະຕິຂອງສະຫະປະຊາຊາດ ແລະ ຫວັງວ່າທຸກຝ່າຍທີ່ກ່ຽວຂ້ອງຈະຢູ່ໃນຄວາມສະຫງົບ ແລະ ອົດທົນອົດກັ້ນ ເພື່ອຫຼຸດຜ່ອນສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ພ້ອມກັບຕ້ອງນຳບັນດານີ້ກັບສູ່ແນວທາງທີ່ຖືກຕ້ອງນັ້ນຄື ການເຈລະຈາຢ່າງສັນຕິວິທີອີກຄັ້ງ.

    ໃນຕອນເຊົ້າວັນຈັນທີ່ຜ່ານມາ ເກົາຫຼີເໜືອໄດ້ຍິງຂີປະນາວຸດເປັນຄັ້ງທີ 3 ໃນຮອບຫຼາຍອາທິດທີ່ຜ່ານມາ ແລະ ຄັ້ງທີ 12 ແລ້ວໃນຮອບປີນີ້.
    ທີ່ມາ:http://www.idsala.com

    ไม่มีความคิดเห็น:

    แสดงความคิดเห็น