ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 10 พฤษภาคม พ.ศ. 2560

    ເກີດ​ເຫດ​​ລະ​ເບີດ​ສອງ​ເທື່ອ​ຢູ່​ພາກ​ໃຕ້​ປະ​ເທດ​ໄທ

    ເກີດ​ເຫດ​​ລະ​ເບີດ​ສອງ​ເທື່ອ​ຢູ່​ພາກ​ໃຕ້​ປະ​ເທດ​ໄທ
    ສື່ມວນ​ຊົນ​ໄທ​ລາຍ​ງານ​ວ່າ, ຕອນ​ບ່າຍ​ວັນ​ທີ 9 ພຶດ​ສະ​ພາ​ນີ້​ຢູ່​ແຂວງ​ປັດ​ຕາ​ນີພາກ​ໃຕ້​ຂອງ​ໄທ​ໄດ້​ເກີດ​ເຫດ​​ລະ​ເບີດ​ສອງ​ເທື່ອ, ສົ່ງ​ຜົນ​ເຮັດ​ໃຫ້ 40 ຄົນ​ບາດ​ເຈັບ.
    ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ເວ​ລາ​ປະ​ມານ 14 ໂມງ​ຂອງວັນ​ທີ 9 ພຶດ​ສະ​ພາ​ນີ້, ​ລະ​ເບີດ​ລູກ​ໜຶ່ງ​ໄດ້​ແຕກ​ຢູ່​​ຮ້ານ​ຄ້າ​ແຫ່ງ​ໜຶ່ງໃນ​ແຂວງ​ປັດ​ຕາ​ນີ​ເຊິ່ງ​ເຫດ​ດັ່ງ​ກ່າວ​ບໍ່​ໄດ້​ເຮັດ​ໃຫ້ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບແຕ່​ປະ​ການ​ໃດ, ຫຼັງ​ຈາກ​ນັ້ນ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄປ​ກວດ​ກາ​ຢູ່​ຈຸດ​ເກີດ​ເຫດ. ​ແລະໃນ​ໄລ​ຍະ​ກວດ​ກາດັ່ງ​ກ່າວ, ​ມີລົດ​ກະ​ບະ​ຄັນ​ໜຶ່ງ​ຢູ່​ໃກ້​ຮ້ານ​ຄ້າ​ໄດ້​ລະ​ເບີດ, ສົ່ງ​ຜົນ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​, ​ທະ​ຫານແລະ​ປະ​ຊາ​ຊົນ​ປະ​ມານ 40 ຄົນ​ບາດ​ເຈັບ.
    ປັດ​ຈຸ​ບັນ​ຜູ້​ບາດ​ເຈັບ​ໄດ້​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ທ້ອງ​ຖິ່ນ​ແລ້ວ. ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄດ້​ປິດ​ກັນ​ຈຸດ​ເກີດ​ເຫດ​​ແລະ​ພວມ​ສືບ​ສວນຫາ​ຜູ້​ກໍ່​ເຫດ.


    Image may contain: 1 person
    Image may contain: one or more people and outdoor

    Image may contain: sky and outdoor

    Cr:CRI-FM93

    ไม่มีความคิดเห็น:

    แสดงความคิดเห็น