ໃນວັນພຸດຜ່ານມາ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປ້ອງກັນການຕັດສິນໃຈຂອງທ່ານ ໃນການປົດຜູ້ອຳນວຍການອົງການ FBI ທ່ານ James Comey ອອກຈາກຕຳແໜ່ງ, ເປັນການເຄື່ອນໄຫວທີ່ໄດ້ກໍ່ໃຫ້ເກີດການໂຕ້ແຍ້ງຢ່າງຮຸນແຮງໃນນະຄອນຫຼວງ ວໍຊິງຕັນ. ເຖິງແມ່ນວ່າ ທ່ານ ທຣຳ ແລະ ຄົນອື່ນໆໃນລັດຖະບານຈະປ້ອງກັນການປະຕິບັດການ ດັ່ງກ່າວກໍຕາມ, ແຕ່ ພັກເດໂມແຄຣັດ ຝ່າຍກົງກັນຂ້າມ ກໍໄດ້ຮຽກຮ້ອງໃຫ້ມີການແຕ່ງຕັ້ງ ທະນາຍຄວາມພິເສດ ເພື່ອນຳໜ້າການສືບສວນສອບສວນຄວາມເປັນໄປໄດ້ຂອງສາຍ
ພົວພັນ ລະຫວ່າງການໂຄສະນາຫາສຽງ ຂອງທ່ານ ທຣຳ ກັບ ຣັດເຊຍ ໃນການເລືອກ
ຕັ້ງປະທານາທິບໍດີ ສະຫະລັດ ປີກາຍນີ້. ນັກຂ່າວແຫ່ງຊາດວີໂອເອ Jim Malone ມີຂໍ້
ມູນຫຼ້າສຸດຈາກນະຄອນຫຼວງ ວໍຊິງຕັນ ເຊິ່ງ ພຸດມະສອນ ຈະນຳລາຍລະອຽດມາສະເໜີ
ທ່ານ.
ໃນການພົບປະກັນກັບອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Henry Kissinger ຢູ່ທຳນຽບຂາວນັ້ນ, ທ່ານ ປະທານາທິນາທິບໍດີໄດ້ຖືກຖາມ ກ່ຽວກັບ ການ ຕັດສິນໃຈຂອງທ່ານ ທີ່ປົດຜູ້ອຳນວຍການອົງການ FBI ທ່ານ James Comey ອອກ ຈາກຕຳແໜ່ງ.
ນັກຂ່າວໄດ້ຖາມທ່ານປະທານາທິບໍດີວ່າ “ທ່ານປະທານາທິບໍດີ, ເປັນຫຍັງທ່ານຈຶ່ງ ປົດຜູ້ນຳນວຍການອົງການ FBI ທ່ານ Comey ອອກຈາກຕຳແໜ່ງ? ເປັນທ່ານຈຶ່ງ ປົດເພິ່ນອອກ?"
ປະທານາທິບໍດີ ທ່ານ ດໍໂນລ ທຣຳ ກ່າວວ່າ “ຍ້ອນວ່າລາວເຮັດວຽກບໍ່ໄດ້ດີ, ງ່າຍໆ
ທໍ່ນັ້ນລະ. ລາວເຮັດວຽກບໍ່ດີ.”
ທໍ່ນັ້ນລະ. ລາວເຮັດວຽກບໍ່ດີ.”
ໃນຈົດໝາຍຂອງທ່ານທີ່ຂຽນຫາທ່ານ Comey ນັ້ນ, ທ່ານ ທຣຳ ກ່າວວ່າ ທ່ານໄດ້ດຳ
ເນີນການໂດຍອີງຕາມຄຳແນະນຳຈາກບັນດາເຈົ້າໜ້າທີ່ອາວຸໂສກະຊວງຍຸຕິທຳ ທີ່ມີ
ຄວາມກັງວົນ ກ່ຽວກັບ ການຮັບມືໃນການສືບສວນສອບສວນ ອີເມລ ຂອງທ່ານນາງ
Hillary Clinton ໃນປີກາຍນີ້.
ເນີນການໂດຍອີງຕາມຄຳແນະນຳຈາກບັນດາເຈົ້າໜ້າທີ່ອາວຸໂສກະຊວງຍຸຕິທຳ ທີ່ມີ
ຄວາມກັງວົນ ກ່ຽວກັບ ການຮັບມືໃນການສືບສວນສອບສວນ ອີເມລ ຂອງທ່ານນາງ
Hillary Clinton ໃນປີກາຍນີ້.
ແຕ່ການປົດຕຳແໜ່ງຂອງທ່ານ Comey ໄດ້ກໍ່ໃຫ້ເກີດການປະທ້ວງຢູ່ນອກ ທຳນຽບ
ຂາວ ແລະ ມີການໂຕ້ແຍ້ງທາງການເມືອງຢູ່ທຸກໆບ່ອນໃນນະຄອນຫຼວງ ວໍຊິງຕັນ.
ຂາວ ແລະ ມີການໂຕ້ແຍ້ງທາງການເມືອງຢູ່ທຸກໆບ່ອນໃນນະຄອນຫຼວງ ວໍຊິງຕັນ.
ຢູ່ໃນສະພາສູງ, ພັກເດໂມແຄຣັດ ໄດ້ຮຽກຮ້ອງວ່າ ໃຫ້ ຮອງລັດຖະມົນຕີຍຸຕິທຳ ທ່ານ
Rod Rosenstein ແຕ່ງຕັ້ງທີ່ໄອຍະການພິເສດເພື່ອນຳໜ້າໃນການສືບສວນສອບ
ສວນ ກ່ຽວກັບ ຄວາມເປັນໄປໄດ້ຂອງການພົວພັນລະຫວ່າງ ການໂຄສະນາຫາສຽງ
ຂອງທ່ານ ທຣຳ ກັບ ຣັດເຊຍ ໃນລະຫວ່າງການເລືອກຕັ້ງ ສະຫະລັດ ປີກາຍນີ້.
Rod Rosenstein ແຕ່ງຕັ້ງທີ່ໄອຍະການພິເສດເພື່ອນຳໜ້າໃນການສືບສວນສອບ
ສວນ ກ່ຽວກັບ ຄວາມເປັນໄປໄດ້ຂອງການພົວພັນລະຫວ່າງ ການໂຄສະນາຫາສຽງ
ຂອງທ່ານ ທຣຳ ກັບ ຣັດເຊຍ ໃນລະຫວ່າງການເລືອກຕັ້ງ ສະຫະລັດ ປີກາຍນີ້.
ສະມາຊິກສະພາສູງ ແລະ ຜູ້ນຳພັກເດໂມແຄຣັດ ທ່ານ Chuck Schumer ກ່າວວ່າ “ຖ້າເພິ່ນເຊື່ອຄືກັນກັບຂ້າພະເຈົ້າວ່າ ປະຊາຊົນ ອາເມຣີກັນ ຕ້ອງສາມາດເຊື່ອ ໝັ້ນໃນການບໍ່ເຂົ້າຂ້າງອອກຂາຂອງການສືບສວນນີ້, ເພິ່ນຕ້ອງແຕ່ງຕັ້ງໄອຍະ
ການພິເສດຂຶ້ນມາ ແລະ ນຳເອົາການສືບສວນສອບສວນນີ້ອອກຈາກມືຂອງອົງ
ການ FBI ແລະ ຫ່າງໄກອອກໄປຈາກຄວາມກົດດັນຂອງລັດຖະບານນີ້.”
ການພິເສດຂຶ້ນມາ ແລະ ນຳເອົາການສືບສວນສອບສວນນີ້ອອກຈາກມືຂອງອົງ
ການ FBI ແລະ ຫ່າງໄກອອກໄປຈາກຄວາມກົດດັນຂອງລັດຖະບານນີ້.”
ສ່ວນໂຄສົກຍິງທຳນຽບຂາວ ແມ່ນໄດ້ປະຕິເສດຄວາມຢ້ານກົວຂອງພັກເດໂມແຄຣັດ
ທີ່ວ່າ ທ່ານ ທຣຳ ໄດ້ພະຍາຍາມທີ່ຈະທຳລາຍການສືບສວນສອບສວນກ່ຽວກັບ
ຣັດເຊຍ.
ທີ່ວ່າ ທ່ານ ທຣຳ ໄດ້ພະຍາຍາມທີ່ຈະທຳລາຍການສືບສວນສອບສວນກ່ຽວກັບ
ຣັດເຊຍ.
ທ່ານນາງ Sarah Huckabee Sanders ໂຄສົກດັ່ງກ່າວເວົ້າວ່າ “ບໍ່ມີຫຼັກຖານໃດໆ ກ່ຽວກັບການພົວພັນ ລະຫວ່າງການໂຄສະນາຫາສຽງຂອງທ່ານ ທຣຳ ກັບ ຣັດເຊຍ
ແລະ ພວກເຮົາຢາກໃຫ້ເລື່ອງດັ່ງກ່າວນັ້ນຈົບລົງ ແລ້ວພວກເຮົາທຸກຄົນຈະສາມາດ
ກ້າວໜ້າເດີນຕໍ່ໄປ.”
ແລະ ພວກເຮົາຢາກໃຫ້ເລື່ອງດັ່ງກ່າວນັ້ນຈົບລົງ ແລ້ວພວກເຮົາທຸກຄົນຈະສາມາດ
ກ້າວໜ້າເດີນຕໍ່ໄປ.”
ສະມາຊິກພັກຣີພັບບລີກັນບາງຄົນໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການປົດທ່ານ
Comey ອອກຈາກຕຳແໜ່ງ ແລະ ວ່າມັນອາດສົ່ງຜົນກະທົບຕໍ່ການສອບສວນທີ່ກຳລັງ
ດຳເນີນຢູ່ຂອງອົງການ FBI ກໍເປັນໄດ້.
Comey ອອກຈາກຕຳແໜ່ງ ແລະ ວ່າມັນອາດສົ່ງຜົນກະທົບຕໍ່ການສອບສວນທີ່ກຳລັງ
ດຳເນີນຢູ່ຂອງອົງການ FBI ກໍເປັນໄດ້.
ແຕ່ຜູ້ນຳສຽງສ່ວນຫຼາຍ ຂອງສະພາສູງ ທ່ານ Mitch McConnell, ຜູ້ທີ່ຄັດຄ້ານການ
ແຕ່ງຕັ້ງທະນາຍຄວາມພິເສດນັ້ນ ກ່າວວ່າ ພັກເດໂມແຄຣັດ ໄດ້ຕຳໜິ ການກະທຳຂອງ
ທ່ານ Comey ທີ່ກ່ຽວຂ້ອງກັບທ່ານນາງ Clinton ໃນລະຫວ່າງການໂຄສະນາຫາສຽງ
ປະທານາທິບໍດີມາດົນນານແລ້ວ ໂດຍ ກ່າວວ່າ “ບັນດາເພື່ອນຮ່ວມງານໃນພັກເດໂມ
ແຄຣັດຂອງພວກເຮົາ ໄດ້ກ່າວຕຳໜິ ກ່ຽວກັບ ການປົດຜູ້ອຳນວຍການອົງການ FBI
ອອກຈາກຕຳແໜ່ງ ຊຶ່ງພວກເຂົາເຈົ້າເອງກໍໄດ້ຕິຕຽຢ່າງຊໍ້າແລ້ວຊໍ້າອີກ ແລະ ຢ່າງ ຮຸນແຮງມາແລ້ວ.”

ເວລາແຫ່ງການຕັດສິນໃຈປົດທ່ານ Comey ອອກຈາກຕຳແໜ່ງຂອງທ່ານ ທຣຳ ທີ່ໄດ້ ກໍ່ໃຫ້ມີຄຳຖາມຢ່າງຫຼວງຫຼາຍນັ້ນ ແມ່ນຄົງຈະບໍ່ຖືກຕອບໃນໄວໆນີ້, ອີງຕາມການກ່າວ ຂອງນັກວິເຄາະທ່ານ Frank Sesno.
ທ່ານ Frank Sesno ຈາກມະຫາວິທະຍາໄລ George Washington ກ່າວວ່າ ຄຳ
ຖາມກໍຄື “ພວກເຂົາເຈົ້າກຳລັງພະຍາຍາມວາງກົດລະບຽບໃສ່ອົງການ FBI ຄືນໃໝ່
ບໍ, ຫຼຶືວ່າພວກເຂົາເຈົ້າກຳລັງພະຍາຍາມທີ່ເອົາອອກຈາກອົງການ FBI ຜູ້ທີ່ກຳລັງນຳ
ໜ້າໃນການສືບສວນສອບສວນ ລັດຖະບານຢູ່ ຫຼື ຜູ້ທີ່ມີສ່ວນໃນການໂຄສະນາຫາ
ສຽງ ທີ່ໄດ້ເຮັດໃຫ້ທ່ານ ດໍໂນລ ທຣຳ ໄດ້ຖືກເລືອກ?”

ປະທານາທິບໍດີ ທຣຳ ໄດ້ປະຕິເສດບໍ່ຍອມຮັບແລະວ່າການສືບສວນ ຣັດເຊຍ ເປັນເລື່ອງ “ຫຼອກລວງ” ມາຕະຫຼອດ.
ແຕ່ດ້ວຍການປົດທ່ານ Comey ອອກຈາກຕຳແໜ່ງນັ້ນ, ທ່ານ ທຣຳ ກໍອາດຈະເລີ່ມທຳ ການດຳເນີນການໄປຫຼາຍຢ່າງກວ່ານີ້ ທີ່ອາດນຳໄປສູ່ການສືບສວນທີ່ມີຄວາມກວ້າງ
ຂວາງກວ່າ ກ່ຽວກັບ ຄວາມເປັນໄປໄດ້ຂອງສາຍພົວພັນ ລະຫວ່າງ ການໂຄສະນາຫາ
ສຽງຂອງທ່ານ ກັບ ຣັດເຊຍ.
ຂວາງກວ່າ ກ່ຽວກັບ ຄວາມເປັນໄປໄດ້ຂອງສາຍພົວພັນ ລະຫວ່າງ ການໂຄສະນາຫາ
ສຽງຂອງທ່ານ ກັບ ຣັດເຊຍ.
ທີ່ມາ:lao.voanews
ไม่มีความคิดเห็น:
แสดงความคิดเห็น