
SpaceXໄດ້ເປິດເຜີຍການສົ່ງດາວທຽມທີ່ກະຈາຍເຄືອຄ່າຍສັນຍານອິນເຕີເນັດດວງທຳອິດຂຶ້ນສູ່ວົງໂຄຈອນໃນປີ
2019 ແລະ ຈະເລີ່ມກະຈາຍສັນຍານເຄືອຄ່າຍເຕັມຮູບແບບໃນປີ 2024

Patricia cooper ຮອງປະທານຝ່າຍກິດຈະການດາວທຽມລັດຖະບານຂອງ SpaceX ໄດ້ກ່າວວ່າທາງບໍລິສັດມີຈຸດມຸ່ງໝາຍທີ່ຈະສົ່ງດາວທຽມລຸ້ນຕົ້ນແບບດວງທຳອິດຂຶ້ນສູ່ອາກາດໃນປີ
2017 ແລະ ດວງທີສອງໃນຊ່ວງຕົ້ນປີ 2018 ເພື່ອໃນການສາທິດວ່າຈະສາມາດສົ່ງສັນຍານອິນເຕີເນັດລົງມາໂລກໄດ້ຫຼືບໍ
ແລະ ຈະເລີ່ມສ້າງເຄືອຄ່າຍໃນປີ 2019

SpaceX ຈະສົ່ງດາວທຽມສູ່ອີກຫຼາຍດວງຂຶ້ນສູ່ວົງໂຄຈອນຊັ້ນໃນໂລກ
(ລະດັບຄວາມສູງ 1,110 – 1,325 ກມ) ໄປເຖິງປີ 2024
ໂດຍເຄືອຄ່າຍໜ້າຈະສົ່ງສັນຍານໄດ້ຢ່າງມີປະສິດທິພາບ ແລະ
ທາງບໍລິສັດຈະມີສູນຄວບຄຸມພາກພື້ນດີນທີ່ຈະຮອງຮັບສັນຍານເຄືອຄ່າຍອິນເຕີເນັດດັ່ງກ່າວ
ຖ້າຫາກແຜນນີ້ປະສົບຜົນສຳເລັດກໍຈະເຮັດໃຫ້ດາວທຽມໃນວົງໂຄຈອນເພິ່ມຫຼາຍຂຶ້ນຈະປະມານ
1,459 ດວງເປັນ 4,425 ດວງເຊິ່ງອາດຈະກະທົບຕໍ່ການປ່ອຍຈະລວດອາວະກາດໃນອານາຄົດໄດ້.
ທີ່ມາ: theverge
ไม่มีความคิดเห็น:
แสดงความคิดเห็น