
ກູໂກເປີດຂໍ້ມູນການກວດພົບຊອ່ງໂຫ່ວທາງ Windows ຮ້າຍແຮງໃນຄວາມສາມາດຢືດເຄື່ອງໄດ້ທັນທີ!
ໂດຍຊອ່ງໂຫ່ວດັ່ງທີ່ເກີດຂື້ນ ເຮັດໃຫ້ແຮ້ກເກີສາມາດສົ່ງລິງເວັບໄຊ ຫຼື ອີເມວເພື່ອໃຫ້ເຈົ້າຂອງເຄື່ອງເປີດເຂົ້າໄປ ແລະ ເມື່ອມີການເປີດເຂົ້າໄປໄດ້ສຳເລັດແລ້ວ ແຮ້ກເກີສາມາດເຂົ້າໄປຢຶດເຄື່ອງຂອງຜູ້ໃຊ້ງານໄດ້ຫຼື ໂດຍທີ່ແຮ້ກເກີບໍຈຳເປັນທີ່ໄດ້ລົງໂປຣແກມອັນໃດເລີຍ
ຈາກການລາຍງານຂອງກູໂກຍັງລະບຸວ່າ Windows ທີ່ກວດພົບຊ່ອງໂຫ່ວໃນລັກສະນະນີ້ໄດ້ແກ່ Windows 8, 8.1, Windows 10 ແລະ Windows Server 2012
ບັນຫາທີ່ເກີດຂື້ນນີ້ ເກີດຈາກຕົວ Engine ຂອງ Windows Defender ຊຶ່ງເປັນໂປຣແກມສະແກນໄວຣັດ ແລະ ມັດແວຣທີ່ທາງ Microsoft ຕິດຕັ້ງມາໃຫ້ໃຊ້ງານເປັນຂັ້ນພື້ນຖານ ໃນທຸກເຄື່ອງທີ່ເປັນ Windows ທຳການສະແກນຫນ້າເວັບທີ່ແຮ້ກເກີສົ່ງມາ ເຮັດໃຫ້ໂຄດທີ່ຢູ່ໃນເວັບດັ່ງກ່າວ ຣັນຕົວໂປຣແກມທີ່ເຮັດໃຫ້ແຮ້ກເກີສາມາດເຈາະເຂົ້າລະບົບມາຄອບຄຸມ ແລະ ຢຶດເຄື່ອງໄດ້ສຳເລັດ.

ທາງດ້ານ Microsof ກໍບໍໄດ້ນິ້ງນອນໃຈ ອອກມາຍ້ອມຮັບຜ່ານຫນ້າບລອກ Security TechCenter ໂດຍທັນທີວ່າເກີດຈາກຊອ່ງໂຫ່ວດັ່ງກ່າວແທ້ ພ້ອມທັງອອກຂໍ້ແນະນຳໃຫ້ຜູ້ໃຊ້ງານ Windows 8, 8.1, 10 ແລະ ເຊີເວີ 2012 ໃຫ້ທຳການອັບເດດ Microsoft Malware Protection Engine ໃຫ້ໄວທີ່ສຸດ ເພື່ອອັບເດດຕົວລະບົບ ແລະ ຫລີກລ້ຽງຄວາມສ່ຽງຈາກການກວດສອບເວັບໄຊ ຫຼື ອີເມວແອບແຝງຈາກເຫລົ່າແຮ້ກເກີ
ไม่มีความคิดเห็น:
แสดงความคิดเห็น