ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 มิถุนายน พ.ศ. 2560

    ສະຫະລັດ ລົງໂທດ 12 ບໍລິສັດ ທີ່ພົວພັນກັບ ໂຄງການລູກສອນໄຟ ເກົາຫຼີເໜືອ

    ຜູ້ຄົນພາກັນເບິ່ງໂທລະພາບ ທີ່ລາຍງານ ການຍິງລູກສອນໄຟ ຂອງເກົາຫລີເໜືອ.
    ກະຊວງ​ການ​ເງິນສະຫະລັດກ່າວ​ວ່າ ໃນ​ວັນ​ພະຫັດ​ວານ​ນີ້ ສະຫະລັດ​ໄດ້​ທຳການ​ລົງ​
    ໂທດ​ຮອບໃໝ່​ ຕໍ່ເກົ້າ​ບໍລິສັດ ​ແລະ​ສາມ​ສ່ວນ​ບຸກຄົນ ​ທີ່​ສົງ​ໄສ​ມີ​ການ​ພົວພັນ​ກັບໂຄງ
    ການ​ລູກ​ສອນ​ໄຟ​ຂອງເກົາຫລີ​ເໜືອ.
    ການ​ເອົາມາດ​ຕະການໃນ​ວັນ​ພະຫັດ​ວານ​ນີ້ ຈະ​ຂັດຂວາງ​ບໍ່​ໃຫ້​ສ່ວນ​ບຸກຄົນແລະ​ບໍລິ
    ສັດ​ຕ່າງໆ ຮວມ​ທັງສອງ​ບໍລິສັດຂອງຣັດ​ເຊຍ ບໍ່​ໃຫ້ເຮັດ​ທຸລະ​ກິດ​ກັບ ​ຄົນສັນຊາດສະ
    ຫະລັດ ​ແລະ​ຈະ​ກັກ​ຊັບ​ສິນ​ຕ່າງໆ​ທີ່​ເຂົາ​ເຈົ້າ​ມີ​ຢູ່​ໃນ​ສະຫະລັດ.
    ການ​ເຄື່ອນ​ໄຫວ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ສະຫະລັດ ພວມດິ້ນລົນຫາ​ທາງທີ່​ຈະຄວບ​ຄຸມ​ໂຄງການອາວຸດ​ນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂອງ​ເກົາຫລີ​ເໜືອ ​ແລະ​ຫລັງ​ຈາກ​ທີ່ປະ​ເທດດັ່ງກ່າວ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ສອງ​ລູກໃນ​ອາທິດ​ແລ້ວ​ນີ້.
    ການ​ລົງ​ໂທດ​ໃນ​ວັນ​ພະ​ຫັດ​ວານ​ນີ້ ​ແມ່ນຮວມທັງສອງ​ບໍລິສັດຂອງຣັດ​ເຊຍ ຄື​ບໍລິ​ສັດ
    Ardis-Bearings LLC ​ແລະ​ບໍລິສັດ Independence Petroleum ທີ່​ໄດ້​ຖືກ​ຈັດ​ຊື່​
    ເຂົ້າ​ໃນ​ບັນຊີ​ດຳ ​ຍ້ອນ​ເປັນ​ຜູ້​ສະໜອງ​ນໍ້າມັນ ​ແລະ​ຊິ້ນສ່ວນອຸບ​ປະ ກອນ​ລູກ​ສອນ​ໄຟ
    ​ໃຫ້​ແກ່​ເກົາຫຼີ​ເໜືອ.
    ທ່ານ Sergei Ryabkov ຮອງລັດຖະມົນຕີຕ່າງປະເທດ ສະຫະພັນຣັດເຊຍ ກ່າວຢູ່ທີ່ສະຫະປະຊາຊາດ ວັນທີ 4 ພຶດສະພາ 2010.
    ທ່ານ Sergei Ryabkov ຮອງລັດຖະມົນຕີຕ່າງປະເທດ ສະຫະພັນຣັດເຊຍ ກ່າວຢູ່ທີ່ສະຫະປະຊາຊາດ ວັນທີ 4 ພຶດສະພາ 2010.
    ທ່ານ John Smith ຜູ້ອຳນວຍການຫ້ອງການ​ຄວບ​ຄຸມຊັບ​ສິນຕ່າງປະ​ເທດ ກະຊວງ​
    ການ​ເງິນ​ສະຫະລັດ ກ່າວວ່າ “ກະຊວງ​ການ​ເງິນກຳ​ລັງ​ປະ​ຕິ​ບັດ​ງານ​ກັບ​ພັນທະ​ມິດ​
    ຂອງພວກ​ເຮົາ ​ເພື່ອ​ຮັບ​ມື​ກັບ​ເຄືອ​ຂ່າຍທີ່​ຊ່ວຍ​ໃຫ້ເກົາຫລີ​ເໜືອສ້າງ​ຄວາມບໍ່​ທຸ່ນ​ທ່ຽງ
    ແລະ​ພວກ​ເຮົາ​ຂໍຮຽກຮ້ອງ​ ​ໃຫ້ພາຄີ​ຂອງ​ພວກ​ເຮົາ​ເອົາ​ບາດກ້າວ​ແບບດຽວ​ກັນນີ້ເພື່ອ​
    ຕັດ​ແຫ​ລ່ງທຶນຂອງ​ເຂົາ​ເຈົ້າ.”
    ລົດບັນທຸກກຳລັ'ແລ່ນຂ້າມຂົວ ທີ່ເຊື່ອມຕໍ່ລະຫວ່າງ ເກົາຫລີເໜືອ ແລະຈີນ.
    ລົດບັນທຸກກຳລັ'ແລ່ນຂ້າມຂົວ ທີ່ເຊື່ອມຕໍ່ລະຫວ່າງ ເກົາຫລີເໜືອ ແລະຈີນ.
    ຕໍ່​ມາ​ໃນ​ວັນ​ພະ​ຫັດ​ວານ​ນີ້ ສະຫະລັດ​ແລະ​ບັນດາ​ນັກ​ການ​ທູດ​ຈີນ ກໍຄາດ​ວ່າ​ຈະ​ຂໍ​ຮ້ອງ​
    ໃຫ້​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ທຳການ​ລົງ​ໂທດ​ເພີ່ມຕື່ມ ຕໍ່​ສ່ວນ​ບຸກຄົນ
    ແລະ​ບັນດາ​ບໍລິສັດ ທີ່​ພົວພັນ​ກັບ​ໂຄງການ​ລູກ​ສອນໄຟ​ຂອງ​ປະ​ເທດດັ່ງກ່າວ.ພ້ອມໆ​
    ກັບ​ການລົງ​ໂທດນັ້ນ ປະທານາທິບໍດີ​ ດໍ​ໂນ​ລ ທຣໍາ ​ໄດ້​ສົ່ງ​ກຳ​ປັ່ນ​ຂອງ ກອງທັບ​ເຮືອ​ໄປ
    ຍັງ​ເຂດນ່ານນໍ້າ ນອກ​ຝັ່ງ​ແຫລ​ມ​ເກົາຫຼີ​ ​ແລະເຂົ້າຮ່ວມ​ຊ້ອມລົບ ກັບ​ເກົາຫລີ​ໃຕ້​ ​ເພື່ອ
    ​ເປັນ​ການ​ເຕືອນ.
    ທີ່ມາ:voalao

    ไม่มีความคิดเห็น:

    แสดงความคิดเห็น