ມື້້ນີ້ທາງ Devcrown.com ຈະພາມາເບິ່ງ 5 ເຫດການລະເບີດທີ່ຮຸນແຮງທີ່ສຸດເທົ່າທີ່ມະນຸດຮູ້ຈັກມາ…. ໜຶ່ງໃນນັ້ນແມ່ນເຫດການອຸກກະບາດຕຳກັບໂລກເມື່ອຫຼາຍລ້ານປີກ່ອນ!
5ການທົດສອບລະເບີດແຄສເຊີນ ບຣາໂວ
ນີ້ແມ່ນການທົດລອງລະເບີດນິວເຄຣຍທີ່ໃຫຍ່ທີ່ສຸດຂອງອາເມຣິກາ ເລີ່ມຂຶ້ນເມື່ອວັນທີ 28 ກຸມພາ ຄ.ສ 1954 ທີ່ໝູ່ເກາະມາແຊລ ໂດຍໃນການລະເບີດຄັ້ງນີ້ໄດ້ເຮັດໃຫ້ເຫັນຄວັນລະເບີດຮູບເຫັດລອຍສູງເຖິງ 14,000 ແມັດ ເໜືອລະດັບນໍ້າທະເລ ແລະ ຄວາມແຮງລະເບີດແທກໄດ້ທີ່ 15 ເມກະຕັນ, ການທົດລອງໃນເທື່ອນີ້ໄດ້ສ້າງຄວາມເສຍຫາຍຕໍ່ສິ່ງທີ່ມີຊີວິດ ແລະ ສະພາບພູມສາດຂອງໝູ່ເກາະມາແຊລເປັນຢ່າງຫຼາຍ.
4ການທົດສອບລະເບີດນິວເຄຣຍຂອງຣັດເຊຍ
ຣັດເຊຍໄດ້ທົດລອງອາວຸດນິວເຄຣຍ ໃນໂຄງການ ”The Tsar Bomba” ທີ່ມີນໍ້າໜັກເຖິງ 50 ເມກະຕັນ ທາງຕອນເໜືອຂອງປະເທດ, ກ່າວກັນວ່າການທົດລອງລະເບີດນິວເຄຣຍໃນເທື່ອນີ້ ມີຄວາມຮຸນແຮງຫຼາຍທີ່ສຸດເທົ່າທີ່ມະນຸດເຄີຍທົດລອງມາ ແລະ ຮຸນແຮງກວ່າລະເບີດປາລາມະນູທີ່ຮິໂຣຊິມາ ແບະ ນາງາສາກິຫຼາຍເທົ່າ.
3ການລະເບີດທີ່ພູເຂົາແທມໂບລາ
ນີ້ແມ່ນເຫດການພູເຂົາໄຟລະເບີດທີ່ຮຸນແຮງທີ່ສຸດໃນໂລກ ເທົ່າທີ່ມະນຸດເຄີຍບັນທຶກໄວ້ໄດ້ ຍ້ອນກັບໄປໃນປີ ຄ.ສ 1815 ໄດ້ເກີດເຫດພູເຂົາໄຟແທມໂບລາທີ່ປະເທດອິນໂດເນເຊຍລະເບີດຂຶ້ນ ການລະເບີດໄດ້ເຮັດໃຫ້ແມັກມ່າ ສີ່ໝື່ນລ້ານໂຕນໄຫຼອອກມາ ແລະ ຂ້າຊີວິດຜູ້ຄົນຫຼາຍກວ່າ 70,000 ຄົນ. ນອກຈາກນີ້, ຍັງມີການບັນທຶກວ່າຄວັນຂອງພູເຂົາໄຟໄດ້ບົດບັງແສງອາທິດນານເປັນປີເລີຍລະ.
2 ການລະເບີດທີ່ທັງກັສກາ
ນີ້ແມ່ນການລະເບີດທີ່ຮຸນແຮງທີ່ສຸດ ແລະ ເຕັມໄປດ້ວຍປິດສະໜາ ເພາະວ່າບໍ່ມີໃຜຮູ້ເຖິງສາເຫດຂອງການລະເບີດທີ່ແນ່ນອນ ການລະເບີດໃນເທື່ອນີ້ເລີ່ມຂຶ້ນໃນປີ ຄ.ສ 1908 ແລະ ກິນເນື້ອທີ່ໄປຫຼາາຍກວ່າ 500,000 ເອເຄີ ຈົນຮອດປະຈຸບັນກໍ່ຍັງບໍ່ສາມາດມີໃຜຢືນຢັນໄດ້ວ່າລະເບີດທີ່ທຸ່ງຫຍ້າທັງກັສກາເກີດຈາກສິ່ງໃດກັນແທ້.
1ອຸກກະບາດຕຳກັບໂລກເມື່ອຫຼາຍລ້ານປີກ່ອນ
ຫາກເວົ້າເຖິງແຮງລະເບີດທີ່ຮຸນແຮງທີ່ສຸດເທົ່າທີ່ມະນຸດເຄີຍຮູ້ຈັກ ຄືຊິໄດ້ຍ້ອນກັບໄປສະໄໝທີ່ໄດໂນເສົາຍັງມີຊີວິດຢູ່ ນັກວິທະຍາສາດໄດ້ບອກວ່າສາເຫດສຳຄັນທີ່ເຮັດໃຫ້ໄດໂນເສົາສູນພັນ ເກີດຈາກອຸກະບາດພຸ່ງມາຕຳໂລກ, ການລະເບີດໃນຄັ້ງນັ້ນໄດ້ເຮັດໃຫ້ສິ່ງທີ່ມີຊີວິດທັງໝົດເທິງໂລກສູນພັນຈາກແຮງລະເບີດ ແລະ ຄວັນພິດ ແລະ ເຮັດໃຫ້ໂລກຕ້ອງລຸກເປັນໄຟນານຫຼາຍປີ ກ່ອນທີ່ຈະກຳເນີດສິ່ງທີ່ມີຊີວິດລຸ່ນໃໝ່ອີກເທື່ອໜຶ່ງ.
ຂອບໃຈແຫຼ່ງຂ່າວຈາກ: devcrown, Worlds Biggest
ไม่มีความคิดเห็น:
แสดงความคิดเห็น