ການຕົກລົງຂອງທ່ານທຣຳ ຄືດັ່ງກ່ວໄດ້ຮັບການສະໜັບສະໜູນຈາກສະມາຊິກສະພາສັງກັດພັກລີພັບລີກັນເປັນສ່ວນຫຼາຍ, ແຕ່ກໍຖືກຫຼາຍຄົນກ່າວຕຳໜິ, ຂະນະທີ່ຫຼາຍວິສາຫະກິດໃຫຍ່ແລະອຳນາດການປົກຄອງທ້ອງຖິ່ນຕ່າງກໍຢືນຢັນຈະສະໜັບສະໜູນແລະປະຕິບັດຕາມ "ສັນຍາປາຣີ" ເໝືອນເດີມ.
ທ່ານບາຣັກ ໂອບາມາ ອະດີດປະທານາທິບໍດີອາເມລິກາກໍກ່າວວ່າ, ເຖິງຈະບໍ່ມີການນຳພາຂອງລັດຖະບານ, ປະຊາຊົນກໍຈະເລືອກອະນາຄົດທີ່ມີການລະບາຍມົນລະພິດຕ່ຳ ແລະເຖິງວ່າອາເມລິກາໄດ້ຖອນອອກຈາກ "ສັນຍາປາຣີ", ແຕ່ຕົນເຊື່ອວ່າ, ລັດ, ຕົວເມືອງແລະວິສາຫະກິດຕ່າງໆໃນປະເທດຈະພະຍາຍາມປົກປ້ອງອະນາຄົດຂອງໂລກໃຫ້ຫຼາຍກວ່າເກົ່າ.
ທີ່ມາ:cri-fm93



ไม่มีความคิดเห็น:
แสดงความคิดเห็น