ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 7 มิถุนายน พ.ศ. 2560

    ​ເລຂາທິການ​ໃຫຍ່ ອົງການເນໂຕ ກ່າວວ່າ ການສົນທະນາ ກັບຣັດເຊຍ ແມ່ນສຳຄັນ

    ​ເລຂາທິການ​ໃຫຍ່ Jens Stoltenberg ກ່າວໃນກອງປະຊຸມ ຖະແຫຼງຂ່າວ ໃນນະຄອນ Brussels, Belgium, 14 ກຸມພາ, 2017.
    ຫົວໜ້າ​ຂອງ​ອົງການ​ເນ​ໂຕ ກ່າວ​ວ່າ ບັນດາ​ສະມາ​ຊິກຂອງ​ກຸ່ມ​ພັນທະ​ມິດ​ທັງຫຼາຍ ​ແມ່ນມີ
    ຄວາມ​ປຸ້ມລຸມສາມັກຄີ​ກັນ ​ໃນການ​ເອົາ​ທ່າ​ທີ​ຕ້ານຣັດ​ເຊຍ ​ໃນ​ວິທີ​ທີ່ບໍ່ເຄີຍ​ເຫັນ​ມາ​ກ່ອນ
    ​ເປັນ​ເວລາ​ຫຼາຍ​ປີ​.
    ​ເລຂາທິການ​ໃຫຍ່ Jens Stoltenberg ​ໄດ້​ກ່າວ​ໃນການ​ໃຫ້​ສຳພາດ​ກັບ VOA ພະ​ແນ​ກ
    ພາສາ​ເຊີ​ເບຍ ​ໃນວັນ​ຈັນ​ວານ​ນີ້​ວ່າ ອົງການ​ເນ​ໂຕ ​ແມ່ນ​ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະເອົາ​ບາດ
    ​ເພີ້ມຂຶ້ນ​ໃນ​ການ​ປ້ອງ​ກັນ ​ໃນ​ຂະ​ນະດຽວກັນ​ນັ້ນ ກໍ​ຈະ​ທຳ​ການ​ເຈລະຈາ​ກັບ​ຣັດ​ເຊຍ.
    “ການ​ເອົາ​ບາດກ້າວ​ທັງ​ສອງ​ດ້ານ​ນີ້ ໝາຍ​ຄວາມ​ວ່າ​ ພວກ​ເຮົາ​ຕອ້ງມີ​ຄວາມ​ເຂັ້ມ​ແຂງ
    ພວກ​ເຮົາ​ຕ້ອງເຮັດໃຫ້​ໄດ້​ໃນການຢັບຢັ້ງ​ແລະ​ປ້ອງ​ກັນ​ຕົວ, ​ແລະ​ນັ້ນ​ແມ່ນ​ສາ​ເຫດ
    ​ຂອງ​ການ​ທີ່​ພວກ​ເຮົາ​ປະຕິບັດ​ການ ​ຢ່າງ​ຍິ່ງໃຫຍ່ ​ເຂົ້າໃສ່ການ​ປ້ອງ​ກັນ​ຮ່ວມ​ໃນ​
    ປະຈຸ​ບັນ ເພື່ອ​ເປັນ​ການ ຕອບໂຕ້ ​ຕໍ່​ອັນ​ທີ່ຣັດ​ເຊຍ ​ໄດ້​ກະທຳໃນ​ຢູ​ເຄຣນ,”

    ​ທ່ານ Stoltenberg ໄດ້​ກ່າວ​ໄວ້ ​ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ອີກ​ວ່າ “ມັນ​ບໍ່​ແມ່ນ​ການ​
    ສົນທະນາ​ທີ່​ງ່າຍ ​ແຕ່​ວ່າມັນ​ເປັນ​ການ​ສົນທະນາ​ທີ່​ສຳຄັນ.”
    ໃນ​ການ​ເອົາ​ມາດ​ຕະການ​ດັ່ງກ່າວ ​ແມ່ນແບບ​ສະ​ບັບ​ໃໝ່ຂອງ​ສົງຄາມ​ເຢັນ ທີ່ອົງການ​
    ເນ​ໂຕນຳ​ໃຊ້ “​ສອງເສັ້ນທາງ” ຊຶ່ງ​ເປັນ​ການ​ຕັດສິນ​ໃຈທີ່​ພົວພັນ​ກັບ​ການ​ສົ່ງ​ລູກ​ສອນ
    ​ໄຟນິວ​ເຄລຍ ​ໄລຍະໄກ​ຂອງ​ສະຫະລັດ ​ຕໍ່​ຂໍ້​ສະ​ເໜີ​ເພື່ອ​ເຈລະຈາ​ກັນ​ໃໝ່ກັບ​ມົສກູ
    ກ່ຽວ​ກັບ​ກຳລັງ​ຂອງ​ໂຊ​ຫວຽດ ​ໃນ​ຢູ​ໂຣບຕາ​ເວັນ​ອອກ.
    ໃນ​ຮອບ​ຫຼາຍ​ເດືອນ​ຜ່ານ​ມານີ້ ການ​ປ້ອງ​ກັນ​ຂອງ​ອົງການ​ເນ​ໂຕໄດ້​ເ​ພັ່ງ​ເລັງ​ໃສ່​ການໄປ
    ເຖິງຂອງ​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ແລະ​ການ​ຮຽກຮ້ອງ​ຂອງ​ທ່ານ ​ໃຫ້ບັນດາ​ປະ​ເທດ​
    ພັນທະ​ມິດທັງຫຼາຍ ເພີ່ມງົບປະມານ​ໃນ​ດ້ານການ​ປ້ອງ​ກັນປະ​ເທດ​ຂອງ​ເຂົາ​ເຈົ້າ.
    ທີ່ມາ:voalao

    ไม่มีความคิดเห็น:

    แสดงความคิดเห็น