ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 9 มิถุนายน พ.ศ. 2560

    ອະດີດຜູ້ອຳນວຍການອົງການ FBI ໃຫ້ການຕໍ່ ຄະນະກຳມະການ ກ່ຽວກັບເລື່ອງຣັດເຊຍ

    ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ (ຊ້າຍ) ແລະທ່ານ James Comey ອະດີດຜູ້ອຳນວຍການອົງການ FBI ໃນວໍຊີງຕັນ, 7 ກໍລະກົດ 2016.
    ຜູ້ອຳນວຍການ​ອົງການ​ສັນຕິ​ບານກາງ ຫຼື FBI ທ່ານ Jim Comey ທີ່​ຖືກ​ປົດອອກ​
    ຈາກ​ໜ້າ​ທີ່ນັ້ນ ຈະ​ໃຫ້ການ​ຕໍ່​ຄະນະ​ກຳມະການ​ສືບ​ລັບ​ຂອງ​ສະພາ​ສູງ ​ໃນ​ວັນ​ພະຫັດ​ມື້​ນີ້
    ກ່ຽວກັບ ການທີ່​ວ່າ ປະທານາທິບໍດີ ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ໄດ້ຮ້ອງ​ຂໍ ໃຫ້ຈົງຮັກ
    ​ພັກດີໃນລະຫວ່າງ​ການ​ສົນທະນາ​ຢູ່ໃນ​ທຳນຽບຂາວ ກ່ຽວກັບການຮັບມື​ຂອງ​ອົງການ
    ​ດັ່ງກ່າວໃນ​ການ​ສືບສວນ​ສອນ​ສວນ ເຈົ້າ​ໜ້າ​ທີ່​ຂອງລັດຖະບານ​ຊຸດປະຈຸ​ບັນ ​ແລະ​ລັດ
    ຖະບານ​ໃນອະດີດ.
    ​ຄະນະ​ກຳມະການ​ສືບ​ລັບ​ຂອງ​ສະພາ​ສູງ ​ໄດ້ເປີດເຜີຍ​ຖະ​ແຫຼ​ງການຂັ້ນເຣີ່ມຕົ້ນ 7 ໜ້າ
    ຂອງ​ທ່ານ Comey ທາງ​ອິນ​ເຕີ​ແນັຕ ນຶ່ງ​ມື້ ກ່ອນການ​ປະກົດ​ຕົວ​ຂອງ​ທ່ານ ຊຶ່ງ​ການ
    ​ເປີດ​ເຜີ​ຍທີ່​ວ່າ​ນີ້ ມີ​ຂຶ້ນ ບໍ່​ດົນ ຫຼັງ​ຈາກ ຜູ້ອຳນວຍການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​
    ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ອະ​ວຸ​ໂສ ປະຕິ​ເສດ​ທີ່​ຈະ​ຕອບ​ຄຳ​ຖາມ​ຂອງຄະນະ​ກຳມະການ
    ກ່ຽວ​ກັບທ່ານ Comey ແລະການ​ສື​ບສວນ​ເລື່ອງຣັດ​ເຊຍ.
    ເຊີນຊົມ: ລາຍງານຂອງທ່ານ Mike Bowman

    ໃນຖະ​ແຫຼ​ງການ​ຂອງ​ທ່ານນັ້ນ ທ່ານ Comey ​ໄດ້​ສະ​ເໜີລາຍະ​ອຽດ​ແບບ​ເປີດ​ແປນ
    ​ແລະ​ 5 ເຫດການຂອງ​ການ​ສົນທະນາ ທີ່​ແຕກ​ຕ່າງ​ກັນ​ ລະຫວ່າງ​ທ່ານ Comey
    ກັບ​ທ່ານ ທຣຳ ທີ່​ຮວມທັງ​ ການ​ທີ່​ມີ​ການສະ​ເໜີ​ແນະ​ຂອງ​ປະທານາທິບໍດີວ່າ ​ໃຫ້
    ​ທ່ານດັດ​ແປງວິທີຂອງການ​ສືບສວນ​ຂອງ​ອົງການ FBI ນຳ.
    “ປະທານາທິບໍດີທຣຳກ່າວ​ວ່າ ‘ຂ້າພະ​ເຈົ້າ​ຕ້ອງການ​ຄວາມ​ຈົງ​ຮັກ​ພັກດີ, ຂ້າພະ​ເຈົ້າ
    ຄາດຫວັງ​ວ່າຈະໄດ້ຮັບຄວາມ​ຈົງ​ຮັກ​ພັກດີ,’
     ຊຶ່ງ​ທ່ານ Comey ຈົດຈຳໄດ້ ກ່ຽວກັບ​ການ​
    ປະຊຸມ​ໃນ​ທຳນຽບຂາວ. “ຂ້າພະ​ເຈົ້າ​ບໍ່​ໄດ້ເໜັງຕີງ ບໍ່​ປາກ ຫຼື​ບໍ່ປ່ຽນ​ແປງສີໜ້າແບບ​ໃດ​ 
    ໃນ​ຂະນະ​ທີ່​ມີ​ຄວາມ​ງຽບ​ຂຶມຜິດປົກກະຕິຕິດຕາມ​ມາ ຄື​ພວກ​ເຮົາ​ມີ​ແຕ່​ເບິ່ງ​ໜ້າ​ກັນ ​
    ໃນ​ຄວາມ​ງຽບ​ນີ້.”
    ທ່ານ Michael Flynn ທີ່ປຶກສາຄວາມປອດໄພແຫ່ງຊາດ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວ, ວໍຊີງຕັນ, 1 ກຸມພາ, 2017.
    ທ່ານ Michael Flynn ທີ່ປຶກສາຄວາມປອດໄພແຫ່ງຊາດ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວ, ວໍຊີງຕັນ, 1 ກຸມພາ, 2017.
    ​ໃນ​ການ​ຕຽ​ມພ້​ອມບົດ​ຄວາມ​ເຫັນ​ຂອງ​ທ່ານນັ້ນ ທ່ານ Comey ເວົ້າວ່າ ທ່ານ​ໄດ້​ບອກ​
    ທ່ານທຣຳ 3 ຄັ້ງ​ ວ່າ ທ່ານ​ບໍ່​ໄດ້​ແມ່ນ​ຕົວການ​ຂອງ​ການ​ສື​ບສວນຂອງອົງການ FBI ທີ່​ວ່າ
    ພັກ​ພວກຂອງ​ທ່ານ ໄດ້​ຕິດ​ຕໍ່​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານຣັດ​ເຊຍ ​ແບບບໍ່​ຖືກຕ້ອງ​ນັ້ນ.
    ​ໃນ​ການ​ສື່ສານ​ອີກ​ອັນ​ນຶ່ງ ທ່ານ Comey ຈະໃຫ້ການ​ວ່າ ທ່ານ​ທຣຳ ​ໄດ້​ຂໍ​ຮ້ອງໃນ​ວັນ​ທີ
    14 ກຸມພາ ໃຫ້​ທ່ານ “ປະປ່ອຍ​” ການ​ສືບສວນ​ສອບ​ສວນ ກ່ຽວ​ກັບ​ທ່ານ Michael
    Flynn ຜູ້​ຊຶ່ງ ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​
    ໃນອະດີດ. “ຂ້າພະ​ເຈົ້າຫວັງ​ວ່າ ທ່ານ​ຄົງ​ຈະ​ເຫັນ​ເສັ້ນທາງ​ຢ່າງ​ຈະ​ແຈ້ງດີ ​ໃນ​ການ​
    ປະ​ປ່ອຍເລື່ອງຂອງ ທ່ານ Flynn ​ໄປ,”
     ຊຶ່ງ​ທ່ານ Comey ​ໄດ້​ອ້າງ​ຕາມ​ຄຳ​ເວົ້າ​ຂອງ
    ​ທ່ານ​ທຣຳ ທີ່​ວ່າ “ເພິ່ນ​ເປັນ​ຄົນ​ດີ. ຂ້າພະ​ເຈົ້າ​ຫວັງ​ວ່າ ທ່ານຈະ​ປະປ່ອຍເລື່ອງນີ້ໄປ.”
    ເຊີນຊົມ: ການລົບກວນລະບົບຍຸຕິທຳ ໝາຍຄວາມວ່າຢ່າງໃດ?


    Cr:voalao

    ไม่มีความคิดเห็น:

    แสดงความคิดเห็น