ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 5 มิถุนายน พ.ศ. 2560

    ບໍລິສັດ SpaceX ສົ່ງຍານ ທີ່ຖືກນຳ ມາໃຊ້ຄືນ ເປັນຄັ້ງທຳອິດ ຂຶ້ນໄປ

    ຈະຫຼວດ Falcon 9 ຂອງບໍລິສັດ SpaceX ຖືກປ່ອຍຂຶ້ນອາວະກາດຈາກຖານປ່ອຍຢູ່ສູນອາວະກາດ Kennedy ຂອງອົງການ NASA ໃນເມືອງ Cape Canaveral, ລັດ ຟລໍຣິດາ. 3 ມິຖຸນາ, 2017.
    ບໍລິສັດ SpaceX ໄດ້ປ່ອຍຍານອາວະກາດທີ່ຖືກນຳມາໃຊ້ຄືນເປັນຄັ້ງທຳອິດໃນວັນ
    ເສົາວານນີ້, ດ້ວຍການຂົນສົ່ງອຸປະກອນການວິໄຈ ແລະ ວັດສະດຸຕ່າງໆໄປສະຖານີ
    ອາວະກາດນານາຊາດ.
    ນອກຈາກວັດສະດຸຕາມປົກກະຕິແລ້ວ, ການຂົນສົ່ງທີ່ມີນໍ້າໜັກ 6,000 ປອນຂອງບໍລິ
    ສັດ SpaceX ຄັ້ງຫຼ້າສຸດນີ້ ກໍລວມມີ ໜູ ແລະ ແມງວັນສຳລັບການຄົ້ນຄວ້າ, ແຜ່ນດູດ
    ພະລັງງານແສງອາທິດທີ່ກໍ້ໄດ້ ແລະ ເຄື່ອງກວດຈັບດາວໃນອາວະກາດ.
    ຫຼັງຈາກການເລື່ອນເວລາ 2 ວັນຍ້ອນພາຍຸຝົນ, ຈະຫຼວດ Falcon 9 ທີ່ບໍ່ມີຄົນຂັບກໍ
    ໄດ້ບິນຂຶ້ນສູ່ທ້ອງຟ້າ ນຳພາກ່ອງຊື່ວ່າມັງກອນ ທີ່ໄດ້ຖືກສົ່ງໄປສະຖານີອາວະກາດ
    ຄັ້ງທຳອິດເມື່ອເກືອບສາມປີທີ່ຜ່ານມາ.
    ຈະຫຼວດທີ່ໄດ້ບິນອອກໃນວັນເສົາວານນີ້ເຄີຍເປັນຈະຫຼວດໃໝ່ອ່ຽມ ແລະ ຕອນນີ້ໄດ້
    ຖືກນຳມາປັບປຸງ, ມັນໄດ້ບິນກັບສູ່ຖານີອາວະກາດ Cape Canaveral ຫຼັງຈາກໄດ້
    ບິນຂຶ້ນ ສຳລັບການລົງຈອດທາງຕັ້ງຢ່າງປະສົບຄວາມສຳເລັດ.
    ແຜນການແມ່ນເພື່ອປ່ອຍຈະຫຼວດອີກຄັ້ງໝຶ່ງ. ການນຳໃຊ້ຈະຫຼວດຄືນ ແລະ ນຳສົ່ງ
    ກ່ອງອາວະກາດ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອຄວບຄຸມຄ່າໃຊ້ຈ່າຍຂອງ
    ບໍລິສັດ SpaceX.
    ເມື່ອສອງເດືອນທີ່ຜ່ານມາ, ບໍລິສັດ SpaceX ໄດ້ປ່ອຍຈະຫຼວດທີ່ຖືກນຳມາໃຊ້ຄືນເປັນ
    ຄັ້ງທຳອິດ ໃນການດຳເນີນພາລະກິດຢູ່ເທິງດາວທຽມ.
    ການບິນອີກຄັ້ງໜຶ່ງທີ່ປະກອບມີການນໍາໃຊ້ຈະຫຼວດເກົ່າ ແມ່ນຈະມີຂຶ້ນໃນທ້າຍເດືອນ
    ນີ້.
    ທິ່ມາ:voalao

    ไม่มีความคิดเห็น:

    แสดงความคิดเห็น