ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 26 มิถุนายน พ.ศ. 2560

    ສ.ເກົາ​ຫຼີ ເລີ່ມ​ສາຍ​ຮູບ​ເງົາ​ເອ​ກະ​ສານຕ້ານ THAAD ເລື່ອງ​ທຳ​ອິດ​

    ຮູບ​ເງົາ​ເອ​ກະ​ສານຕ້ານ THAAD​​ ເລື່ອງ "The Blue Butterfly Effect" ເລື່ອງ​ທຳ​ອິດ​ຂອງ ສ.ເກົາ​ຫຼີ ທີ່​ທ່ານ ປັກ​ມູນ​ຊີວ ຜູ້​ກຳ​ກັບ​ການ​ສະ​ແດງ​ປະ​ເທດ​ດັ່ງ​ກ່າວ​ກຳ​ກັບ​ນັ້ນ​ໄດ້​ເລີ່ມ​ສາຍ​ໃນ​ທົ່ວ​ປະ​ເທດຢ່າງ​ເປັນ​ທາງ​ການ. ເລື່ອງ​ດັ່ງ​ກ່າວ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ບັນ​ດາ​ແມ່​ທີ່​ຕໍ່ຕ້ານ THAAD ​ກຸ່ມ​ໜຶ່ງ ໄດ້​ບັນ​ທຶກ​​ເຫດ​ການ​ອັນ​ແສນລຳ​ບາກຢ່າງ​ລະ​ອຽດ​ທີ່​ປະ​ຊາ​ຊົນ​​​ເມືອງ​ຊິງ​ຈູ​ແຂວງ​ກິງ​ຊັງ​ເໜືອ​ຍຶດ​ໝັ້ນ​ການ​ຕ້ານ THAAD ​ນັບ​ແຕ່ ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຕິດ​ຕັ້ງ​ລະ​ບົບ THAAD ​ເມືອງ​ດັ່ງ​ກ່າວ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 2016 ຜ່ານ​ມາ.
    ທ່ານ ລີ​ເຈ​​ມິງ ເຈົ້າ​​ເມືອງ​ຊຽງ​ນາມ ອະ​ດີດ​ຜູ້​ສະ​ໝັກ​ຮັບເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ໃນ​ປີ​ນີ້​ໄດ້​ສະ​ແດງ​ທ່າ​ທີ​​ຕ້ານ​ການຕິດ​ຕັ້ງລະ​ບົບ THAAD ຢ່າງ​ຈະ​ແຈ້ງ​ມາ​ໂດຍ​ຕະ​ຫຼອດ​ ໄດ້​ຕີ​ລາ​ຄາຮູບ​ເງົາ​ເລື່ອງ​ດັ່ງ​ກ່າວ​ວ່າ: ​ຮູບ​ເງົາ​ເລື່ອງ​​ນີ້​ຈະສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ສະ​ຕິ​​ສຳ​ນຶກເຖິງ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນວ່າ​ມີ​ຄວາມໜັກ​ໜ່ວງ​ແນວ​ໃດ ແລະ​ກາຍ​ເປັນ​ໂອ​ກາດ​ທີ່​ເຮັດ​ໃຫ້​ພວກ​ເຮົາຮ່ວມ​ກັນຫັນປ່ຽນ​ສະ​ພາບ​ການໃນ​ປັດ​ຈຸ​ບັນ.
    ​ຮູບ​ເງົາ​ດັ່ງ​ກ່າວຈະ​ສາຍ​ຢູ່ໂຮງ​ຮູບ​ເງົາ 50 ກວ່າ​​ໂຮງ​ໃນເຊ​ອູນ,ອິນ​ຊອນ,ເດ​ຈອນ,ກວາງ​ຈູ​ແລະ​ຕົວ​ເມືອງ​ ​​ອື່ນໆຂອງ ສ.ເກົາ​ຫຼີ.


    Cr:cri-fm93

    ไม่มีความคิดเห็น:

    แสดงความคิดเห็น