ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 3 กรกฎาคม พ.ศ. 2560

    ອະດີດ ທ່ານໝໍໃຊ້ປືນ M16 ບຸກເຂົ້າຍິງພະນັກງານຢູ່ໃນໂຮງໝໍ








    ທີ່ນະຄອນນິວຢອກປະເທດສະຫາລັດ ເກີດເຫດທ່ານໝໍໃຊ້ປືນ  M16 ບຸດເຂົ້າໄປຍິງຜູ້ຄົນຢູ່ພາຍໃນໂຮງພະຍາບານແຫ່ງໜຶ່ງ ເປັນເຫດໃຫ້ມີຜູ້ເສຍຊີວິດ 2 ຄົນ ເຊິງລວມເຖິງຜູ້ກໍ່ເຫດທີ່ຂ້າຕົວຕາຍ ແລະ ມີຜູ້ໄດ້ຮັບບາດເຈັບສາຫັດ5 ຄົນ


     ເຫດການນີ້ເກີດຂຶ້ນເມື່ອວັນທີ 30  . 07 . 2017  ເວລາ 15: 00 ຕາມເວລາໃນສະຫາລັດ ໂດຍຄົນຮ້າຍໄດ້ໃຊ້ອາວຸດປືນ  M16  ຊຸກເຊື່ອງໃນຊຸດສີຂາວ ຍິງຜູ້ທີ່່ຢູ່ໃນຊັ້ນ 16 ແລະ ຊັ້ນ 17  ຂອງໂຮງພະຍາບານ 
    ບລອງເລບານອນ ຂອງນະຄອນນິວຢອກ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນ ເປັນແພດຍິງ 1 ຄົນ ແລະ ຄົນຮ້າຍຜູ້ກໍ່ເຫດ ສ່ວນຜູ້ບາດເຈັບມີຈຳນວນ 6 ຄົນ  ໂດຍ 5 ຄົນ ມີອາການສາຫັດ
       

    ຈາກການສືບສວນຂອງຕຳຫຼວດພົບວ່າ ຄົນຮ້າຍເຄີຍເປັນແພດທີ່ ຊື່ວ່າ ເຮນຣີ່ເບວໂລ ອາຍຸ 46 ປີ ເຊິ່ງເຮັດວຽກຢູ່ໂຮງພະຍາບານແຫ່ງນີ້ ແຕ່ຖືກບັງຄັບໃຫ້ລາອອກເມື່ອປີ 2015 ໂດຍຫຼັງກໍ່ເຫດ ນາຍແພດຄົນດັ່ງກ່າວໄດ້ພະຍາຍາມ ຈູດໄຟເຜົາຕົວເອງ ກ່ອນຈະຍິງຕົວເອງຕາຍໃນເວລາຕໍ່ມາ.

    ແຕ່ເຖິງຢ່າງໃດກໍ່ຕາມທາງຕຳຫຼວດໄດ້ສັນນິຖານ ແລະ ສະຫຼຸບແລ້ວວ່າເຫດການໃນຄັ້ງນີ້ບໍ່ແມ່ນການກໍ່ການຮ້າຍແນ່ນອນ ສ່ວນແຮງຈູງໃຈຄາດວ່າອາດຈະເປັນເພາບັນຫາໃນການທຳງານກັບໂຮງພະຍາບານດັ່ງກ່າວ.

    CR: sanook.com


    ไม่มีความคิดเห็น:

    แสดงความคิดเห็น