ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 19 สิงหาคม พ.ศ. 2560

    ຄວາມແຕກແຍກ ຂະຫຍາຍວົງກວ້າງອອກ ລະຫວ່າງ ປ. ທຣໍາ ແລະພັກຂອງທ່ານ


    ການ​ແຕກ​ແຍກ​ລະຫວ່າງ ປະທານາທິບໍດີ​ສະຫະລັດ ​ແລະ​ພັກ​ການ​ເມືອງ​ຂອງ​ທ່ານ​ເອງ​
    ໄດ້​ຂະຫຍາຍ​ວົງ​ກວ້າງ​ອອກໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ຂະນະ​ທີ່ປະທາ ນາທິບໍດີດໍ​ໂນ​ລ
    ທຣໍາ ຕິຕຽນ​ສະມາຊິກ​ສະພາ​ສູງ​ພັກຣີພັ​ບບລິກກັນ​ສອງ​ທ່າ​ນ ຢ່າງ​ເປີດ​ເຜີ​ຍ ​ແລະ​ສະມາ
    ຊິກສະພາ​ສູງ​ອີກ​ຄົນ​ນຶ່ງ​ຂອງພັກໄດ້ຕັ້ງຄຳ​ຖາມ​ກ່ຽວ ກັບຄວາ​ມທຸ່ນ​ທ່ຽງ ​ແລະ​ຄວາມ​ສາ
    ມາດ​ຂອງ​ທ່ານ.
    ​ເປົ້າ​ໝາຍ​ຄວາ​ມ​ໂກດ​ແຄ້ນເທື່ອຫລ້າ​ສຸດ ຂອງ​ປະທານາທິບໍດີ​ ກໍແມ່ນຕໍ່ທ່ານ Linsey Graham ສະມາຊິກ​ສະພາ​ສູງຈາກ​ລັດ South Carolina ​ແລະ ທ່ານJeff Flake ສະ
    ມາຊິກ​ສະພາ​ສູງ ຈາກ​ລັດ Arizona.
    ທ່ານ Graham ອ​ະ​ດີດ​ຜູ້​ສະໝັກ​ປະທານາທິບໍດີ ​ໄດ້​ກ່າວ​ຫາ ປະທານາທິບໍດີ ທຣໍາວ່າ​
    ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ໃນ​ໝູ່​ພົນລະ​ເຮືອນ ​ດ້ວຍການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ກ່ຽວ​ກັບ
    ​ການປະ​ທ້ວງທີ່​ມີ​ຈູງ​ໃຈໂດຍເຊື້ອຊາດ​ຜິວພັນ ຫລາຍ​ມື້ກ່ອນເກີດ​ເຫດການ​ຢູ່​ເມືອງ Charlottesville ລັດ Virgina.
    “ທ່ານ Linsey Graham ທີ່ຊອກຫາ​ຊື່​ສຽງ​ໄດ້ເວົ້າຢ່າງຜິດພາດ​ໄປ​ວ່າຂ້າພະ​ເຈົ້າ​ໄດ້​ກ່າວໄປວ່າ ​ມີສິນ​ລະ​ທຳ​ເທົ່າ​ທຽມກັນ ​ລະຫວ່າງກຸ່ມ KKK ກຸ່ມ neo-Nazis ​ແລະພວກ
    ​ຜິວ​ຂາວ ທີ່​ຖື​ວ່າ​ຕົນ​ເອງ​ປະ​ເສີດ​ກວ່າ​ຜູ້​ອື່ນນັ້ນ” ປະທານາທິ ບໍດີ​ທຣໍາ ກ່າວ​ຢູ່​ໃນ​ການ​ສົ່ງ​ຂໍ້ຄວາມທາງ Twitter ​ໃນ​ວັນ​ພະຫັດ​ວານ​ນີ້ ​ແລະກ່າວ​ເພີ້​ມ​ເຕີມ​ວ່າ ການ​ກ່າວຫາ​ດັ່ງ​
    ກ່າວ​ເປັນ​ “ຕົວະ​ທີ່​ໜ້າ​ບໍ່​ອາຍ​.”
    ສະມາຊິກສະພາສູງ ທ່ານ Lindsey Graham ສັງກັດພັກຣິພັບບລິກັນ ຈາກລັດ South Carolina ອ້ອມໄປດ້ວຍພວກນັກຂ່າວ.
    ສະມາຊິກສະພາສູງ ທ່ານ Lindsey Graham ສັງກັດພັກຣິພັບບລິກັນ ຈາກລັດ South Carolina ອ້ອມໄປດ້ວຍພວກນັກຂ່າວ.
    ທ່ານ Flake ​ທີ່ຢູ່​ໃນ​ຄະນະ​ກຳ​ມະ​ການ​ຍຸຕິ​ທຳຂອງ​ສະພາ​ສູງ ​ໄດ້​ເຮັດ​ໃຫ້​ປະທານາ​ທິ
    ບໍດີ​ໂກດ​ແຄ້ນ ຍ້ອນ​ໄດ້ຂຽນປື້​ມຫວ່າງ​ມໍ່ໆ​ມາ​ນີ້​ວ່າ ບັນດາ​ສະມາຊິກ​ພັກຣີ ພັບບລິ​ກັນ​
    ປະລະ​ຫລັກການ​ຂອງ​ເຂົາ​ເຈົ້າໂດຍ​ພາກັນ​ຍອມ​ຈຳນົນ​ຕໍ່ “ການ​ເມືອງ ແຫ່ງ​ຄວາມໂກດ
    ​ແຄ້ນ​” ຂອງ​ປະທານາທິບໍດີ​ທຣໍາ.
    ສະມາຊິກສະພາສູງ ທ່ານ Jeff Flake (ກາງ)
    ສະມາຊິກສະພາສູງ ທ່ານ Jeff Flake (ກາງ)
    ປະທານາທິບໍດີ​ທຣໍາ ​ໄດ້​ຕອບ​ໂຕ້​ຢູ່​ໃນ​ການຂຽນຂໍ້ຄວາມ​ລົງ​ທາງ Twitter ​ໃນ​ວັນ​ພະຫັດ
    ​ວານ​ນີ້ ​ໂດຍໃຫ້ການ​ສະໜັບສະໜູນ ຕໍ່​ຄູ່​ແຂ່ງ​ຂອງທ່ານ Flake ​ໃນການ​ເລື​ອກຕັ້ງ​ຂັ້ນ​
    ຕົ້ນ​ໃນປີ 2018 ​ໂດຍ​ກ່າວ​ວ່າ ທ່ານ Flake "ອ່ອນ​ແອກ່ຽ​ວກັບ​ເລື່ອງຊາຍ​ແດນແລະ​ການ
    ​ທຳ​ຜິດ​ເລັກໆ​ນ້ອຍໆ​ຢູ່​ໃນ​ສະພາ​ສູງ. ທ່ານ​ເປັນ​ອັນຕະລາຍ.”
    ສະມາຊິກສະພາສູງ ທ່ານ Bob Corker ສັງກັດພັກຣີພັບບລິກັນ ຈາກລັດ Tennessee ກ່າວຢູ່ສະພາການຄ້າ.
    ສະມາຊິກສະພາສູງ ທ່ານ Bob Corker ສັງກັດພັກຣີພັບບລິກັນ ຈາກລັດ Tennessee ກ່າວຢູ່ສະພາການຄ້າ.
    ຄວາມ​ໂກດ​ແຄ້ນ​ທີ່​ລະບາຍ​ອອກ​ທາງ​ສື່​ສັງຄົມ​ເທື່ອ​ຫລ້າ​ສຸດ ​ໂດຍ​ປະທານາທິບໍດີ ​ໃນ​ຂະ
    ນະ​ທີ່​ທ່ານ​ສືບ​ຕໍ່​ເຮັດ​ວຽກ​ແລະ​ພັກຜ່ອນ​ໄປ​ນຳຢູ່​ທີ່ສະ​ໂມ​ສອນ​ຕີ​ກັອຟຂອງ​ ທ່ານ ​ໃນ​ລັດ
    New Jersey ຊຶ່ງຮວມທັງ​ການ​ຄັດ​ຄ້ານ​ທີ່​ຈະຍົກ​ຍ້າຍ​ບັນດາ​ຮູ​ບ​ປັ້ນ ​ແລະ​ອະນຸສາ​ວາລີ​
    ຕ່າງໆ ທີ່​ໃຫ້​ກຽດແກ່​ບັນດາ​ນາຍ​ພົນບັນດາ​ລັດ​ພາກ​ໃຕ້​ທີ່ເອີ້ນວ່າ Confederate ແລະ
    ພວກ​ທະຫານໃນ​ສະ​ໄໝ​ສົງຄາມ​ກາ​ງເມືອງຂອງ​ອາ​ເມຣິກາ​ໃນ​ຊຸມ​ປີ 1860.
    ທ່ານ​ Lindsay Walters ​ໂຄສົກ​ທຳນຽບຂາວ​ກ່າວ​ວ່າ “ການ​ສົ່ງ​ຂໍ້ຄວາມ​ທາງ Twitter
    ຂອງ​ປະທານາທິບໍດີ ກ່າວ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ.”​
    ທີ່ມາ:voalao

    ไม่มีความคิดเห็น:

    แสดงความคิดเห็น