ອິນເດຍ ໄດ້ກ່າວໃນວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້ບັນລຸຂໍ້ຕົກລົງສະບັບນຶ່ງກັບ ຈີນ ທີ່ຈະ
ຖອນກຳລັງອອກຈາກເຂດຊາຍແດນທີ່ມີບັນຫາ ທີ່ໄດ້ເຮັດໃຫ້ເກີດມີການປະເຊີນໜ້າ
ກັນ ຢ້ອນກັບຄືນໄປຫາເດືອນມິຖຸນາທີ່ຜ່ານມາ.

ລັດຖະບານຂອງທັງສອງປະເທດໄດ້ຕົກລົງວ່າ ຈະ“ຖອນ ເຈົ້າໜ້າທີ່ ອອກຈາກຂົງເຂດດັ່ງກ່າວຢ່າງວ່ອງໄວ” ຫຼັງຈາກ ໄດ້ມີການແລກປ່ຽນທາງການທູດຫຼາຍສັບປະດາ.
ກະຊວງການຕ່າງປະເທດຂອງ ອິນເດຍ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ລັດ
ຖະບານຂອງທັງສອງປະເທດໄດ້ຕົກລົງທີ່ຈະ “ຖອນເຈົ້າໜ້າທີ່ອອກຈາກຂົງເຂດດັ່ງ
ກ່າວຢ່າງວ່ອງໄວ” ຫຼັງຈາກ ໄດ້ມີການແລກປ່ຽນທາງການທູດຫຼາຍສັບປະດາ.

ກະຊວງນັ້ນກ່າວວ່າ “ໃນລະຫວ່າງການສື່ສານພວກນີ້, ພວກເຮົາສາມາດສະແດງທັດ
ສະນະຂອງພວກເຮົາ ແລະ ສະແດງຄວາມເປັນຫ່ວງ ແລະ ຜົນປະໂຫຍດຂອງພວກ
ເຮົາ.”

ການປະເຊີນໜ້າທີ່ເຄັ່ງຕຶງ ລະຫວ່າງ ກອງກຳລັງ ອິນເດຍ ກັບ ຈີນ ໃນບໍລິເວນລະ
ຫວ່າງ ປະເທດ ບູຖານ ທີ່ເປັນພັນທະມິດທີ່ໃກ້ຊິດຂອງ ອິນເດຍ ແລະ ຈີນ ນັ້ນໄດ້ເລີ່ມ
ຂຶ້ນເມື່ອກອງກຳລັງ ອິນເດຍ ໄດ້ຖືກສົ່ງໄປ ເພື່ອສະກັດກັ້ນໂຄງການສ້າງຫົນທາງຂອງ
ຈີນ ທີ່ທົ່ງພຽງ Doklam. ນອກນັ້ນ ບໍລິເວນດັ່ງກ່າວຍັງເປັນທີ່ຮູ້ຈັກກັນວ່າ “ຄໍໄກ່ນ້ອຍ”
ເປັນເຂດຍຸດທະສາດອັນໃຫຍ່ຫຼວງສຳລັບ ອິນເດຍ ເພາະວ່າມັນເຊື່ອມຕໍ່ແຜ່ນດິນ
ໃຫຍ່ຂອງປະເທດ ກັບພາກພື້ນຕາເວັນອອກສຽງເໜືອຂອງເຂົາເຈົ້າ.

ອິນເດຍ ໄດ້ອ້າງສົນທິສັນຍາຂອງເຂົາເຈົ້າກັບປະເທດ ບູຖານ, ເຊິ່ງເຂົາເຈົ້າມີສາຍພົວ
ພັນທາງກອງທັບ ແລະ ເສດຖະກິດທີ່ໃກ້ຊິດກັນ, ເພື່ອຮັກສາທະຫານຂອງເຂົາເຈົ້າໄວ້
ຢູ່ໃນຂົງເຂດດັ່ງກ່າວ ເຖິງແມ່ນຈະມີການຮຽກຮ້ອງຢ່າງຮຸນແຮງ ເພື່ອໃຫ້ຍ້າຍອອກໄປ
ຈາກພາກພື້ນທີ່ເປັນພູນັ້ນໂດຍ ປັກກິ່ງ ກໍຕາມ.

ການປະເຊີນໜ້າກັນແມ່ນເຊື່ອວ່າ ຈະເປັນການປະເຊີນໜ້າທີ່ຮຸນແຮງທີ່ສຸດ ລະຫວ່າງ
ສອງປະເທດຍັກໃຫຍ່ໃນ ເອເຊຍ, ຜູ້ທີ່ເຄີຍຕໍ່ສູ້ກັນໃນສົງຄາມໄລຍະສັ້ນ ເມື່ອປີ 1962.

ທີ່ມາ:voalao

ไม่มีความคิดเห็น:
แสดงความคิดเห็น