ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 31 ตุลาคม พ.ศ. 2560

    ບໍລິສັດລາວໂທລະຄົມກຽມເຂົ້າຕະຫຼາດຫຼັງຊັບ ແລະ ຂາຍຮຸ້ນ ໄອພີໂອ



    ບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ ລົງນາມແຕ່ງຕັ້ງ ບໍລິສັດ ຫຼັກຊັບລາວ-ຈີນ ເປັນທີ່ປຶກສາທາງດ້ານການເງິນ ແລະ ບໍລິສັດ ລາວລໍ້ແອນ ຄອນເຊົາແທນຊີ ກຣຸບ ຈຳກັດ ທີ່ປຶກສາທາງດ້ານກົດໝາຍ ເພື່ອກະກຽມການອອກຈຳໜ່າຍຮຸ້ນສາມັນເພີ່ມທຶນຕໍ່ມວນຊົນຄັ້ງທຳອິດ (ໄອພີໂອ) ກ່ອນທີ່ຈະເຂົ້າຈົດທະບຽນແລ້ວເປີດການຊື້-ຂາຍຮຸ້ນ ໃນຕະຫຼາດຫຼັກຊັບລາວ (ຕລຊລ) ໃນໄວໆນີ້ ພາຍຫຼັງທີ່ມີການລົງນາມຮ່ວມມື 3 ຝ່າຍຢ່າງເປັນທາງການໃນຕອນບ່າຍວັນທີ 30 ຕຸລາ 2017 ຜ່ານມາ.


    ໂອກາດດັ່ງກ່າວ, ໃຫ້ກຽດລົງນາມໂດຍລະຫວ່າງທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດລາວໂທລະຄົມມະນາຄົມ, ທ່ານ ລິນລີ ຜູ້ອຳນວຍການໃຫຍ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ແລະ ທ່ານ ນາງ ສິລິໂສພາ ບຸດດາຄຳ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວລໍ້ແອນ ຄອນເຊົາແທນຊີ ກຣຸບ ຈຳກັດ.


    ຈຸດປະສົງຂອງການລົງນາມເຊັນສັນຍາຂອງ 3 ບໍລິສັດໃນຄັ້ງນີ້ເພື່ອແນໃສ່ຫັນບໍລິສັດລັດວິສາຫະກິດລາວໂທລະຄົມມະນາຄົມເປັນບໍລິສັດມະຫາຊົນ ແລະ ຈົດທະບຽນເຂັ້າໃນຕະຫຼາດຫຼັກຊັບລາວ ເພື່ອລະດົມທຶນມາຂະຫຍາຍ ແລະ ພັດທະນາດ້ານພື້ນຖານໂຄງລ່າງຂອງລາວ ໂທລະຄົມໃຫ້ມີຄວາມທັນສະໄໝ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມນັບມື້ນັບສູງຂຶ້ນທັງ ເອື້ອຍອຳນວຍຄວາມສະດວກໃຫ້ແກ່ການຊົມໃຊ້ຂອງປະຊາຊົນໃຫ້ທົ່ວເຖິງ ແລະ ດີຂຶ້ນເທື່ອລະກ້າວ.

    ມາຮອດປັດຈຸບັນ, ບໍລິສັດທີ່ຈົດທະບຽນ ແລະ ເປີດການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ ມີແລ້ວ 6 ບໍລິສັດ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ບໍລິສັດ ຜະລິດ-ໄຟຟ້່າລາວ ມະຫາຊົນ, ບໍລິສັດ ລາວເວີນ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ຫຼ້າສຸດ ແມ່ນບໍລິສັດ ພູສີ ກໍ່ສ້າງພັດທະນາ ມະຫາຊົນ.

    ທີ່ມາ: ໜັງສິພິມ ເສດຖະກິດການຄ້າ

    ไม่มีความคิดเห็น:

    แสดงความคิดเห็น