ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 14 พฤศจิกายน พ.ศ. 2560

    ສະຫາຍ ສີ ຈິ້ນຜິງ ພົບປະ ສະຫາຍຈູມມະລີ ໄຊຍະສອນ

    ວັນທີ 13 ພະຈິກນີ້ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນ ກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ໄດ້ພົບປະກັບສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ສປປ ລາວ ຢູ່ທີ່ນະຄອນຫຼວງວຽງຈັນ.
    ສະຫາຍ ສີ ຈິ້ນຜິງ ຊີ້ອອກວ່າ, ໃນໄລຍະ 10 ປີທີ່ ດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງ ພັກ ແລະ ລັດຖະບານລາວ, ສະຫາຍ ຈູມມະລີ ໄຊຍະສອນ ໃຫ້ຄວາມສຳຄັນຕໍ່ການຂະຫຍາຍ ການພົວພັນມິດຕະພາບລາວ-ຈີນຕະຫຼອດມາ, ສະຫາຍ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ການ ແລກປ່ຽນ ແລະ ຮ່ວມມືກັນລະຫວ່າງສອງປະເທດໃນທຸກຂົງເຂດ ອັນໄດ້ປະກອບສ່ວນຢ່າງສຳຄັນໃນການເຮັດໃຫ້ການພົວພັນລະຫວ່າງລາວ-ຈີນບັນລຸການພັດທະນາແບບກ້າວກະໂດດ ແລະ ລົງເລິກມິດຕະພາບອັນເປັນມູນເຊື້ອລະຫວ່າງລາວ-ຈີນ
    ສະຫາຍສີຈິ້ນຜິງກ່າວເນັ້ນວ່າ, ຜົນງານທີ່ສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ ກອມມູນິດຈີນມີຜົນດີຕໍ່ການສ້າງການພົວພັນສາກົນແບບໃໝ່ ແລະ ສ້າງປະຊາຄົມຮ່ວມຊາ ຕາກຳທີ່ມີຄວາມ ໝາຍຍຸດທະສາດລະຫວ່າງຈີນ-ລາວ. ຂ້າພະເຈົ້າມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ກໍແມ່ນເພື່ອຊຸກຍູ້ໃຫ້ການພົວພັນຈີນ-ລາວກ້າວຂຶ້ນສູ່ຂັ້ນໄດໃໝ່. ຂ້າພະເຈົ້າ ໄດ້ພົບປະເຈລະຈາກັບສະຫາຍ ບຸນຍັງ ວໍລະຈິດ ຢ່າງໄດ້ຮັບຜົນງານອຸດົມສົມບູນ, ໄດ້ກ້າວເຖິງຂັ້ນເປັນເອກະພາບກັນຢ່າງກວ້າງຂວາງ ແລະ ໄດ້ວາງແຜນອັນຍິ່ງໃຫຍ່ ເພື່ອຂະຫຍາຍການພົວພັນລະຫວ່າງສອງປະເທດ. ຫວັງວ່າສະຫາຍຈູມມະລີ ໄຊຍະສອນ ສືບຕໍ່ໃຫ້ຄວາມສົນໃຈ ແລະ ສະໜັບສະໜູນຕໍ່ການຂະຫຍາຍຕົວຂອງການພົວພັນຈີນ-ລາວ ເພື່ອເສີມຂະຫຍາຍ ບົດບາດໃນການຊຸກຍູ້ການພົວພັນຈີນ-ລາວຂະຫຍາຍໄປຕາມທິດທີ່ຖືກຕ້ອງ.
      
    ສະຫາຍຈູມມະລີ ໄຊຍະສອນ ຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ໄດ້ຮັບຜົນງານຄັ້ງປະຫວັດສາດໃນຫຼາຍດ້ານ, ພິເສດແມ່ນໄດ້ຂຽນແນວຄິດຂອງສະຫາຍສີຈິ້ນຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເຂົ້າສູ່ລະບຽບການຂອງພັກ. ສະຫາຍສີຈິ້ນຜິງ ແມ່ນເພື່ອນເກົ່າຂອງປະຊາຊົນລາວ, ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ມີຄວາມໝາຍປະຫວັດສາດໃນການພົວພັນລະຫວ່າງສອງປະເທດ. ຈີນແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງລາວ ແລະ ກໍແມ່ນກຳລັງສຳຄັນໃນວຽກງານສາກົນ. ລາວສຸມໃສ່ ການຊຸກຍູ້ການແລກປ່ຽນ ແລະ ຮ່ວມມືກັນລະຫວ່າງສອງພັກ ສອງລັດ ແລະ ຈະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ-ຈີນ ລົງສູ່ລວງເລິກ.

    Image may contain: 1 person, standing, suit and wedding

    Image may contain: 3 people, wedding, suit and child

    Image may contain: 3 people, people sitting and indoor

    ທີ່ມາ:CRI-FM93

    ไม่มีความคิดเห็น:

    แสดงความคิดเห็น