ບໍ່ວ່າຈະທຸກຈະສຸກຫລື ຈະເຫງົາເຮົາກໍມັກໃຫ້ສຽງເພງມາເປັນສ່ວນຫນຶ່ງຂອງຊີວິດເຮົາຈົນຫລາຍໆ ຄັ້ງເຮົາກໍອົດທີ່ຈະຮູ້ສຶກບໍ່ໄດ້ວ່າສຽງເພງນີ້ແຫລະ ຄືເພື່ອນແທ້ຂອງເຮົາໃນທຸກໂມເມັ້ນ ຍິ່ງດ໋ຽວນີ້ ການຟັງເພງກໍເບິ່ງຈະເປັນເລື່ອງທີ່ງ່າຍຫລາຍຂຶ້ນ ເພາະມີແອບພິເຄຊັ່ນຫລາຍ ທີ່ເຮັດໃຫ້ການຟັງເພງເປັນເລື່ອງທີ່ທຸກຄົນເຂົ້າເຖິງໄດ້ມື້ນີ້ທາງເວັບໄຊຂອງພວກເຮົາກໍຈະມາແນະນໍາແອບທີ່ຄວນມີຕິດເຄື່ອງໄວ້ເພາະຈະເຮັດໃຫ້ການຟັງເພງຂອງທ່ານເປັນເລື່ອງທີ່ຟິນຂຶ້ນໄປອີກ
Shazamທຸກຄົນຄົງຕ້ອງເຄີຍເຈີອົມເມັ້ນນີ້ ເວລາທີ່ທ່ານຍ່າງຢູ່ເພີນໆ ແລ້ວເກີດໄດ້ຍິນເພງມ່ວນໆ ຂຶ້ນມາສະຫມອງກໍເລີຍຢາກໃຫ້ຫົວໃຈຄົ້ນຫາວ່າເພງທີ່ວ່ານີ້ມັນຄືເພງຫຍັງ ແຕ່ພໍຈືທຳນອງ ແລະ ເນື້ອຮ້ອງໄປຖາມໝູ່ເພື່ອນ ກໍບໍ່ມີໃຜໃຫ້ຄໍາຕອບໄດ້ຈັກຄົນແອບທີ່ຈະຊ່ວຍທ່ານ ໄດ້ກໍຄົງຈະເປັນເຈົ້າແອບ Shazam ນີ້ແຫລະ

Shazam ເປັນແອບທີ່ໃຊ້ງານງ່າຍແສນງ່າຍເມື່ອໄດ້ຍິນເພງໃດຂຶ້ນມາທ່ານກໍພຽງກົດເຄື່ອງຫມາຍ Shazam ຈາກນັ້ນແອບກໍຈະບອກຊື່ເພງ ແລະ ນັກຮ້ອງພ້ອມທັງລິ້ງຂໍ້ມູນ ແລະ ການສັ່ງຊື້ມາແລ້ວສຳເລັດ

ແຕ່ຂໍ້ເສຍຂອງແອບນີ້ເຫັນຈະເປັນທີ່ຫາກເປັນເພງ Cover ແອບມັກຈະບໍ່ສາມາດຫາເພງນັ້ນໄດ້ຫລືມັກໃຫ້ຄໍາຕອບບໍ່ແມ່ນຍໍາ
ດາວໂຫລດ
ຫລັງຈາກຫາເພງທີ່ມັກຈາກແອບ Shazam ໄດ້ແລ້ວກໍລອງມາເປີດຟັງດ້ວຍແອບ Musica FM ກັນເບິງ! ໂດຍແອບ Musica FM ຄືແອບຟັງເພງທົ່ວໄປແຕ່ຈະເຈັ໋ງກວ່າກໍແມ່ນທີ່ສາມາດໂຫລດເພງໄວ້ຟັງຕອນອອຟໄລໄດ້ຊຶ່ງເພງທີ່ເຮົາໂຫລດມາກໍຈະຢູ່ໃນ Favorites ນັນເອງ ແລະ ທີ່ຄັກກວ່າຄືແອບນີ້ສາມາດໂຫລດເພງ ມາຟັງແບບອອຟໄລໂດຍທີ່ບໍ່ມີຄ່າໃຊ້ຈ່າຍ! ຫມົດບັນຫາເປືອງ 4G ເມື່ອຕ້ອງອອກຈາກບ້ານແລ້ວຟັງເພງດົນໆແລ້ວ

ນອກຈາກນີ້ຕົວແອບຍັງຜູກກັບແອບຟັງເພງອື່ນ ໆ ອີກດ້ວຍຊຶ່ງເຮັດໃຫ້ເຮົາສາມາດຄົ້ນຫາເພງຈາກແອບອື່ນໆ ໄດ້ເຊັ່ນ Shazam Spotify Deezer ເປັນຕົ້ນອີກທັງຕົວແອບຍັງຈະຂຶ້ນ MV ຂອງເພງນັ້ນໆ ຂຶ້ນມາໃນຂະນະ ຫຼິ້ນເພງອີກແຖມການໃຊ້ງານແອບຍັງລື່ນໄຫລອີກ

ແລະແອບນີ້ຫນ້າຈະຖືກໃຈໃຜຫລາຍຄົນທີ່ມັກເອົາຫູຟັງໃສ່ຫູແລ້ວຟັງເພງເພີນໆ ກ່ອມນອນດ້ວຍເພາະສາມາດຕັ້ງ Sleep timer ໄດ້ດ້ວຍ
ດາວໂຫລດ
ສໍາຫລັບໃຜທີ່ຢາກຈະໂລແມນຕິກກັບຄົນຮັກແຕ່ກໍດັນເປັນຄູ່ທີ່ມີລົດນິຍົມການຟັງເພງຕ່າງກັນສຸດຂົ້ວຕ້ອງມັກແອບນີ້ແທ້ໆ ! ເພາະແອບ SplitCloud ສ້າງມາເພື່ອທ່ານ! ແອບ SplitCloud ຄືແອບທີ່ເຮັດໃຫ້ທ່ານສາມາດຟັງເພງ 2 ເພງໃນເວລາດຽວກັນຜ່ານຫູຟັງຄົນລະຂ້າງນັ້ນເອງ ແລະ ເມື່ອເປີດແອບຂຶ້ນມາກໍຈະມີຫນ້າຕາແບບນີ້

ຊຶ່ງເລົາສາມາດກົດຄົ້ນຫາເພງທີ່ຕ້ອງການຟັງໂດຍກົດເຄື່ອງຫມາຍຄົ້ນຫາແລ້ວພິມຊື່ເພງລົງໄປໄດ້ເລີຍ

ເມື່ອເຮົາເລືອກທັງສອງຫູຟັງຂ້າງຊ້າຍ ແລະ ຂ້າງຂວາແລ້ວເຮົາກໍສາມາດຟັງ 2 ເພງພ້ອມກັນໄດ້ເລີຍ ແລະຫາກເຮົາຕ້ອງການຟັງເພງໃດເພງຫນຶ່ງພຽງພຽງເພງດຽວກໍພຽງເລືອກ "Left" ຫະລື "Right" ຈາກນັ້ນກໍກໍຈະ ຫຼິ້ນພຽງເພງດຽວຕາມປະກະຕິ

ດາວໂຫລດ
ທັງ 3 ແອບນີ້ກໍຈະເຮັດໃຫ້ການຟັງເພງຂອງທ່ານມີມິຕິຫລາຍຂຶ້ນ ແລະ ຄົງຈະເຫມາະຢ່າງຍິ່ງທີ່ຈະດາວໂຫລດມາຕິດເຄື່ອງໄວ້ເພາະແອບເດັດໆ ແບບນີ້ "ຂອງມັນຕ້ອງມີ" ແທ້ໆ
ທີ່ມາ,: beartai

ไม่มีความคิดเห็น:
แสดงความคิดเห็น