ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 15 พฤษภาคม พ.ศ. 2561

    ເຜີຍໂສມ Iron Man ຄົນໃຫມ່ທີ່ຈະມາແທນ Tony Stark

    ຫລັງຈາກທີ່ Marvel Comics ເຄີຍໂດນກະແສການຢຽດເພດຈາກຄາແລໍກເຕີຕົວລະຄອນໃນຫນັງສືກາຕູນທີ່ເປັນເພດຊາຍເສຍສ່ວນໃຫຍ່ເຮັດໃຫ້ໃນຊ່ວງຫລັງມານີ້ທາງ Marvel Comics ເລີ່ມທີ່ຈະເປີດເຜີຍຕົວລະຄອນໃຫມ່ທີ່ເປັນເພດຍິງຫລາຍຂຶ້ນແລະ ຫຼ້າສຸດກໍໄດ້ເປີດຕົວຍິງສາວທີ່ຈະມາເປັນ Iron Man ແທນ Tony Stark ໃນຫນັງສືກາຕູນຊຸດ Civil War II ເຫຼັ້ມຫຼ້າສຸດ


    RCO001_w_1464789560

                                      Iron Man ຈະເປັນສາວນ້ອຍຜິວດໍາອາຍຸ 15 ປີຊື່ Riri Williams

    Marvels Comics ໄດ້ເປີດຕົວສາວນ້ອຍຜິວສີອາຍຸປະມານ 15 ປີຈາກເມືອງຊິຄາໂກຊື່ Riri Williams ມາກ່ອນແລ້ວໃນຫນັງສືກາຕູນຊຸດ Invincible Iron Man ໂດຍເຈົ້າຈະຮັບຕໍາແຫນ່ງເປັນ Iron Man ຄົນຫຼ້າສຸດແທນ Tony Stark ໃນຫນັງສືກາຕູນຊຸດ Civil War II  ສາວນ້ອຍ Williams ມີຄວາມສາມາດທາງດ້ານວິທະຢາສາດສູງຫລາຍເຖິງຂະຫນາດສາມາດສ້າງຊຸດເກາະແບບດຽວກັບ Iron Man ຂຶ້ນມາໄດ້ດ້ວຍຕົນເອງພາຍໃນຫໍພັກທີ່ MIT

    marvel-s-new-iron-man-is-not-who-you-d-expect-invincible-iron-man-marvel-comics-1047612

    ກ່ອນຫນ້ານີ້ທາງ Marvel Comics ກໍໄດ້ເປີດຕົວ Thor ທີ່ເປັນເພດຍິງດ້ວຍເຊັ່ນກັນ

    Thor.0.0-970x545

    ມີຄວາມເປັນໄປໄດ້ວ່າໃນອະນາຄົດເລົາອາດຈະໄດ້ເຫັນ Tony Stark ແລະ Riri Williams ຮ່ວມທີມກັນໃນຫນັງ Iron Man 4 ກໍເປັນໄດ້

    ທີ່ມາ:techinsider   ,beartai

    ไม่มีความคิดเห็น:

    แสดงความคิดเห็น