Kaspersky ຍັງເດີນຫນ້າກູ້ຄວາມເຊື່ອຫມັ້ນຄືນກັບ ມາດຕະການຫຼ້າສຸດທີ່ປະກາດຄືຍ້າຍ "ຖານການຜະລິດຊໍແວ" ແລະ ເຊີຟເວີບາງສ່ວນໄປຍັງປະເທດທີ່ເປັນກາງແບບສຸດ ໆ ຢ່າງສະຫວິດເຊີແລນ
"ຖານການຜະລິດຊອບແວ" ຫະລື "software assembly line" ຫມາຍເຖິງຂະບວນການຄອມໄພຕົວຊອບແວ ແລະ ອັບເດດຕ່າງໆ ຈະຖືກຄອມໄພ ແລະ ໄດ້ລົງນາມທີ່ຊູລິກ ໂດຍມີຫນ່ວຍວຽກພາຍນອກເຂົ້າມາຍືນຍັນຂະບວນການນີ້ກ່ອນສົ່ງໄປຍັງລູກຄ້າ
ສ່ວນເຊີຟເວີທີ່ກ່ຽວຂ້ອງກັບຂໍ້ມູນໃນ Kaspersky Security Network ຂອງລູກຄ້າໃນອະເມລິກາເຫນືອ, ຍຸໂລບ, ຍີ່ປຸ່ນເກົາຫລີໃຕ້, ອອດເຕເລຍ, ສິງຄະໂປຈາກເດີມທີ່ເກັບໃນມອດໂກຈະຖືກຍາຍມາຢາຊູລິກອແລະອມີຫນ່ວຍວຽກອິສະລະມາກວດສອບຄວາມຖືກຕ້ອງຂອງຂໍ້ມູນດ້ວຍເຊັ່ນກັນ

Kaspersky ບອກວ່າເລືອກສະຫວິດເຊີແລນເພາະມີນະໂຍບາຍເລື່ອງຄວາມເປັນກາງເດັ່ນຊັດແລະມີກົດຫມາຍດ້ານຄຸ້ມຄອງຂໍ້ມູນທີ່ເຂັ້ມແຂໍງຫລາຍ ຂະບວນການຍ້າຍຖານການຜະລິດຊອບແວຈະສຳເລັດໃນຊ່ວງປາຍປີ 2018 ສ່ວນການສົ່ງສູນຂໍ້ມູນຈາກມອດໂກມາຊູລິກຈະແລ້ວຊ່ວງປາຍປີ 2019
Kaspersky ຍັງຈະເປີດສູນ Transparency Center ໃນສະຫວິດເຊີແລນໃຫ້ລູກຄ້າເຂົ້າມາລີວິວໂຄ້ດແລະຂະບວນການເຮັດວຽກໄດ້ຖ້າເກີດຂໍ້ກັງຂາ ແລະ ຈະເປີດສູນນີ້ອີກສອງແຫ່ງໃນອະເມລິກາເຫນືອກັບໃນເອເຊຍພາຍໃນປີ 2020 ດ້ວຍ

ທີ່ມາ: blognone

ไม่มีความคิดเห็น:
แสดงความคิดเห็น