ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 9 กรกฎาคม พ.ศ. 2561

    ອັນລະບັ້ມ Scorpion ຂອງ Drake ເຮັດສະຖິຕິໃຫມ່ຖືກສະຕີມມິ່ງຫລາຍກວ່າ 1 ພັນລ້ານຄັ້ງໃນອາທິດທໍາອິດ



    Billboard ລາຍງານສະຖິຕິໃຫມ່ຂອງວົງການເພງສະຕີມມິ່ງໂດຍບອກວ່າອັນລະບັ້ມ Scorpion ຂອງ Drake ໄດ້ເຮັດສະຖິຕິຖືກສະຕີມຫລາຍກວ່າ 1 ພັນລ້ານຄັ້ງທົ່ວໂລກໃນເວລາພຽງ 1 ອາທິດທໍາອິດ (29 ມິຖຸນາ -5 ) ໂດຍສະຖິຕິສູງສຸດກ່ອນຫນ້ານີ້ຄື ອັນລະບັ້ມ Beerbongs & Bentleys ຂອງ Post Malone ຖືກສະຕີມ 700 ລ້ານຄັ້ງໃນອາທິດ

    ຂໍ້ມູນບອກວ່າສະເພາະໃນອະເມລິການັ້ນອາລະບັ້ມ Scorpion ຖືກສະຕີມຫລາຍກວ່າ 750 ລ້ານຄັ້ງຕົວເລກການຟັງຜ່ານສະຕີມມິ່ງທີ່ສູງຫລາຍນີ້ຍັງຊ່ວຍໃຫ້ອັນລະບັ້ມຂອງ Drake ຕິດອັນດັບ 1 ໃນການຈັດອັນດັບ Billboard 200 ທີ່ເພີ່ມນ້ໍາຫນັກການຄໍານວນການຟັງຜ່ານສະຕີມມິ່ງເປັນອາທິດທໍາອິດດ້ວຍທັງນີ້ Apple Music ແລະ Spotify ຕ່າງລວ່ມເຮັດການຕະຫຼາດໂປໂມດອາລະບັ້ມຂອງ Drake ເປັນພິເສດຊຶ່ງກໍຫນ້າຈະເປັນອີກປັດໄຈໃຫ້ຕົວເລກການສະຕີມມິ່ງສູງ

    ທີ່ມາ: Blognone    , Billboard , Engadget

    ไม่มีความคิดเห็น:

    แสดงความคิดเห็น