ຫນ່ວຍວຽກຕໍ່ຕ້ານຂ່າວກອງໂປແລນ (Agencja Bezpieczestwa Wewntrznego-ABW) ຈັບກຸມຊາວຈີນລະບຸຊື່ວ່າ Weijing W ຫລື Stanislaw Wang ຜູ້ອໍານວຍການຝ່າຍຂາຍຂອງຫົວເວີຍໂປແລນໃນຂໍ້ຫາສາຍລັບ
ເຂົາຖືກຈັບພ້ອມກັບຊາຍຊາວໂປແລນຊື່ວ່າ Piotr D ເປັນອະດີດເຈົ້າຫນ້າທີ່ຂ່າວກອງອີກຫນຶ່ງຄົນໂດຍຕອນນີ້ຍັງບໍ່ມີລາຍະລະອຽດຂອງການຈັບກຸມ
ຫົວເວີຍອອກຖະແຫລງການສັ້ນໆ ລະບຸພຽງວ່າຮັບຮູ້ເລື່ອງລາວແລ້ວ ແລະ ຍັງບໍ່ມີຄວາມເຫັນໃນຕອນນີ້ພ້ອມກັບຍືນຍັນວ່າບໍລິສັດເຮັດຕາມກົດຫມາຍໃນປະເທດທີ່ເຂົ້າໄປເຮັດທຸລະກິດສ່ວນກະຊວງຕ່າງປະເທດຈີນອອກມາສະແດງຄວາມກັງວົນ ແລະ ຂໍໃຫ້ທາງ ໂປແລນຮັກສາສິດຂອງຜູ້ຖືກຄຸມຕົວ
ຫົວເວີຍໂປໂລນເປັນສູນກາງຂອງຫົວເວີຍໃນພູມິພາກຢູໂລບກາງ, ຢູໂລບຕະວັນອອກ, ແລະ ສະແກນດິເນເວຍຕອນນີ້ຫົວເວີຍໃນໂປແລນເປັນຜູ້ນໍາທັງການຂາຍສະຫມາດໂຟນແລະ ອຸປະກອນເຄືອຂ່າຍທີ່ຂາຍໄດ້ທັງ T -mobile Poland ແລະ Orange ໂດຍເພີ່ມທົດສອບ 5G ໄປ
ທີ່ມາ:South China Morning Post, CNN Blognone

ไม่มีความคิดเห็น:
แสดงความคิดเห็น