ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ມີນາ 2020 ວ່າ ໂຄສົກກະຊວງການຕ່າງປະເທດຈີນທະວິດກ່າວຫາກອງທັບອາເມຣິກາອາດນຳເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ ຫລືໂຄວິດ-19 ເຂົ້າໄປໃນຈີນ
ທ່ານຈ້າວ ລີ່ຈຽນ ໂຄສົກກະຊວງຕ່າງປະເທດຈີນ ທະວິດມື້ວານ (12 ມີນາ) ວ່າ ອາດຈະເປັນທະຫານອາເມຣິກາ ທີ່ນຳການລະບາດໃຫ່ຍໄປຍັງເມືອງອູ່ຮັ່ນ ຈົ່ງເປີດເຜີຍຂໍ້ມູນຕໍ່ສາທາລະນະຊົນຢ່າງໂປ່ງໃສ ອາເມຣິກາຕ້ອງອະທິບາຍຕໍ່ຈີນໃຫ້ໄດ້ໃນເລື່ອງນີ້
ໂຄສົກກະຊວງຕ່າງປະເທດຈີນ ທະວິດກ່າວຫາພ້ອມຄລິບວິດີໂອ ທີ່ທ່ານໂຣເບິຣຕ ເຣດຟີລດ ຜູ້ອຳນວຍການສູນຄວບຄຸມ ແລະປ້ອງກັນພະຍາດ (ຊີດີຊີ) ອາເມຣິກາເຂົ້າຊີ້ແຈງຕໍ່ຄະນະກຳມະທິການກຳກັບ ແລະປະຕິຮູບ ສະພາຜູ້ແທນປະຊາຊົນ ໂດຍຍອມຮັບວ່າຊາວອາເມຣິກາທີ່ເສຍຊີວິດຈາກໄຂ້ຫວັດໃຫ່ຍ ຖືກກວດພົບຕິດເຊື້ອໄວຣັດໂຄວິດ-19 ແຕ່ທ່ານກໍ່ກ່າວໂດຍບໍ່ໄດ້ໃຫ້ຫລັກຖານໃດໆ
ກອງທັບອາເມຣິກາອາດຢູ່ເບື້ອຫລັງເປັນທິດສະດີຄົບຄິດທີ່ເຜີຍແຜ່ເທີງສື່ອອນລາຍຈີນເມື່ອບໍ່ດົນມານີ້ວ່າ ທະຫານອາເມຣິການຳເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມເຂົ້າໄປໃນອູ່ຮັ່ນ ລະຫວ່າງເຂົ້າຮ່ວມມະຫາກຳກິລາທະຫານໂລກ 2019 ( Military World Games ) ທີ່ຈັດຂື້ນໃນມົນທົນຫູເປີ່ຍຊ່ວງ 18-27 ຕຸລາ ປີ2019
ການກ່າວຫາຂອງໂຄສົກກະຊວງຕ່າງປະເທດຈີນມີຂື້ນ ຫລັງທ່ານຣໍເບິຣຕ ໂອໄບຣອັນ ທີ່ປຶກສາຄວາມຫມັ້ນຄົງແຫ່ງຊາດອາເມຣິກາ ຕຳຫນິຈີນວ່າແກ້ໄຂໄວຣັດລະບາດໃນອູ່ຮັ່ນເມື່ອທ້າຍປີຜ່ານມາຊັກຊ້າ ແລະບໍ່ໂປ່ງໃສພໍ ເຮັດໃຫ້ໂລກເສຍເວລາໄປກ່ວາ 2 ເດືອນສຳລັບກຽມໂຕຮັບສະຖານະການລະບາດ ແຕ່ທ່ານຈ້າວ ລີ່ຈຽນ ທະວິດວ່າ ເປັນອາເມຣິກາຕ່າງຫາກທີ່ຂາດຄວາມໂປ່ງໃສ
“ຜູ້ຕິດເຊື້ອໄວຣັດຄົນທຳອິດ ( patient zero ) ໃນອາເມຣິກາເລີ່ມມາເມື່ອໃດ? ເທົ່າໃດຄົນແລ້ວທີ່ຕິດເຊື້ອ ຢູ່ໃສຊື່ໂຮງຫມໍ? ອາດຈະເປັນທະຫານອາເມຣິກາ ທີ່ນຳການລະບາດໃຫ່ຍໄປຍັງເມືອງອູ່ຮັ່ນ ຈົ່ງເປີດເຜີຍຂໍ້ມູນຕໍ່ສາທາລະນະຊົນຢ່າງໂປ່ງໃສ! ອາເມຣິກາຕ້ອງອະທິບາຍຈີນໃຫ້ໄດ້ໃນເລື່ອງນີ້”
ທ່ານຈາງ ຊຶ່ງຫາກໍ່ຂື້ນມາເຮັດຫນ້າທີ່ໂຄສົກກະຊວງຕ່າງປະເທດຈີນໄດ້ບໍ່ດົນ ຫລັງເປັນຮອງຫົວຫນ້າສະຖານທູດຈີນໃນປາກິດສະຖານ ມັກໃຊ້ທະວິດເຕີຕອບໂຕ້ ໃນອະດີດ ເຄີຍກໍ່ວິວາທະເທີງທະວິດເຕີ ກັບອະດີດທີ່ປຶກສາຄວາມຫມັ້ນຄົງອາເມຣິກາ ຊູຊານໄຣຊ
ກ່ອນຫນ້ານີ້ໃນວັນດຽວກັນ ໂຄສົກກອງທັບຈີນ ກໍ່ວິຈານບັນດາເຈົ້າຫນ້າທີ່ອາເມຣິກາວ່າສະແດງຄວາມເຫັນຢ່າງໄຣ້ຄວາມຮັບຜິດຊອບ ຫລັງກ່າວໂທດການຮັບມືຂອງລັດຖະບານຈີນເຮັດໃຫ້ໂລກຕ້ອງປະເຊີນກັບສະຖານະການລະບາດຮ້າຍແຮງ ແຕ່ເປັນຈີນຕ່າງຫາກທີ່ພະຍາຍາມຢຸດຢັ້ງການລະບາດ ຊ່ວຍຍື້ເວລາໃຫ້ກັບທົ່ວໂລກກຽມພ້ອມຮັບມືການລະບາດ ແລະຫວັງວ່າເຈົ້າຫນ້າທີ່ອາເມຣິກາຈະທຸ່ມເທພະລັງງານໄປກັບການຮັບມືໄວຣັດ ສົ່ງເສີມຄວາມຮ່ວມມືແທນທີ່ຈະມາໂຍນບາບຈີນ
2/2 CDC was caught on the spot. When did patient zero begin in US? How many people are infected? What are the names of the hospitals? It might be US army who brought the epidemic to Wuhan. Be transparent! Make public your data! US owe us an explanation!
9,797 คนกำลังพูดถึงสิ่งนี้


ไม่มีความคิดเห็น:
แสดงความคิดเห็น